ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງກວາງຫງ້າຍຄັ້ງທີ19ອາຍຸການ2015-2020

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງກວາງຫງ້າຍຄັ້ງທີ19ອາຍຸການ2015-2020 - ảnh 1
(ທ່ານ​ນາງ​ຕ່ອງ​ທິຟ໋ອງ ກຳມະການ​ກົມ​ການ
​ເມືອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ)

(vovworld) –  ​​ ​ວາລະ​ໄຂກອງ​ປະຊຸມ​ໃຫຍ່ຜູ້​ແທນ​ອົງຄະ​ນະ​ພັກ​ແຂວງ​ ກວາງ​ຫງ້າຍ​ ຄັ້ງ​ທີ 19 ອາ​ຍຸ​ການ 2015 – 2020 ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 21/10, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 350 ຄົນທີ່ຕາງໜ້າ​ໃຫ້​ສະມາຊິກ​ພັກ​​ 46.000 ກ່ວາ​ຄົນໃນ​ແຂວງ. ດ້ວຍ​ທິດ​ນຳ “ສາມັກຄີ - ປະຊາທິປະ​ໄຕ - ກົດ​ລະບຽບ​ຂໍ້​ບັງຄັບ - ປ່ຽນ​ໃໝ່”, ກອງ​ປະຊຸມ​ໄດ້​ວາງ​ອອກ​ຄາດໝາຍ​ສັງ​ລວມ​ໃນ​ອະ​ຍຸ​ການ​ຈະ​ມາ​ເຖິງ​ ນັ້ນແມ່ນ ກໍ່ສ້າງ​ອົງຄະ​ນະ​ພັກ​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ທົ່ວ​ປວງ​ຊົນ; ພັດທະນາ​ເສດຖະກິດ​​ແບບ ໝັ້ນຄົງ, ຄົບ​ຊຸດ​ກັບ​ການ​ພັດທະນາ​ວັດທະນະທຳ - ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ; ນຳ​ແຂວງ ກວາງ​ຫງາຍ ກາຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງ​ຕ່ອງ​ທິຟ໋ອງ ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ: ອົງຄະ​ນະ​ພັກ​ແຂວງ ກວາງ​ຫງ້າຍ ຕ້ອງ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ; ກໍ່ສ້າງ​ພັກ​ເປັນ​ກູນ​ແຈ; ພັດທະນາ​ວັດທະນະທຳ​​ແມ່ນພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ​ເປັນ​ກຳລັງ​ໜູນ​ໃຫ້ການ​ພັດທະນາ…

ຂ່າວ/ບົດ​ອື່ນ