ກອງປະຊຸມໃຫຍ່ພັກກອມມູນິດລັດເຊຍ

ກອງປະຊຸມໃຫຍ່ພັກກອມມູນິດລັດເຊຍ - ảnh 1
ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15 ພັກ​ກອມ​ມູນິດ​ລັດ​ເຊຍ
(ພາບ: RIA Novosti)


(vovworld) -     ວັນ​ທີ 23/02, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15 ພັກ​ກອມ​ມູນິດ​ລັດ​ເຊຍ ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ມົດສະກູ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນກວ່າ 300 ທ່ານ ທີ່​ຕາງ​ໜ້າ​ໃຫ້​ສະມາຊິກ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ​ກວ່າ 158.000 ຄົນ.

        ​ໃນ​ຈົດໝາຍ​ອວຍພອນ​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ ຈະ​ນັບ​ນື້ນັບ​ພັດທະນາ ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ປະທານ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ Ghenadi Ziuganop ​ໄດ້​ອ່ານ​ບົດ​ລາຍ​ງານການ​ເມືອງ, ຫວນ​ຄືນ​ໄລຍະ​ການເຄື່ອນ​ໄຫວຂອງ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ ​ແລະ ຄະນະ​ບໍລິຫານ​ງານ​ອາ​ຍຸ​ການ 14 ຜ່ານ​ມາ ​ແລະ ທິດ​ທາງ​ໃນ​ໄລຍະ​ຈະມາ​ເຖິງ, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ ​​ໃນສະ​ພາບ​ແວດ​ລ້ອມ​ລວມຂອງ​ໂລກ​ໃນ​ປະຈຸ​ບັນ ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ ຈະ​ວາງ​ອອກ​ບັນດາ​ໜ້າ​ທີ່​ຢ່າງ​ລະອຽດ​ເພື່ອ​ປັບ​ປຸ່ງ, ພັດທະນາ​ຖັນ​​ແຖວ, ​ເຂົ້າ​ຮ່ວມຊີວິດ​ດ້ານ​ການ​ເມືອງ​, ​ເສດຖະກິດ ​ແລະ ສັງຄົມ​ຂອງ​ປະ​ເທດ​ຊາດຢ່າງ​ແຮງ. ທ່ານ​ປະທານ Ziuganov ຢືນຢັນ​ວ່າ.

        “​ໃນ​ໄລຍະ 20 ປີຜ່ານມາ, ພັກ​ກອມ​ມູນິດ​ສະຫະພັນລັດ​ເຊຍ ​ໄດ້ຟື້ນ​ຟູ ​ແລະ ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ, ສືບ​ຕໍ່​ຮັບປະກັນ​ສິດຜົນ​ປະ​ໂຫຍ​ດ​ຂອງ​ກຳມະ​ກອນ, ຊາວ​ກະສິກອນ ​ແລະ ປັນຍາ​ຊົນທຸກ​ຊັ້ນ​, ​ ​ຮັກສາ ​ແລະ ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ, ສ້າງສາ​ປະ​ເທດ​ຊາດ​ໃຫ້ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ. ມື​້ນີ້, ພວກ​ເຮົາ​ສາມາດ​ມີ​ຄວາມ​ເອກອ້າງຖະນົງ​ໃຈ​ເມື່ອ​ຫວນ​ຄືນ​ບັນດາ​ຜົນງານ​ອັນລະອຽດ​ນັ້ນ. ພວກ​ເຮົາ​ເຊື່ອ​ໝັ້ນ ​ແລະ ຕັດສິນ​ໃຈ​ຈະສືບ​ຕໍ່​ເດ່ີນ​ຕາມ​ເສັ້ນທາງ​ທີ່​ພວກ​ເຮົາ​ໄດ້​ເລືອກ​​ເຟັ້ນນັ້ນ​ແມ່ນ ​ເສັ້ນ​ທາງ​ກ້າວໄປ​ສູ່​ລັດ​ທິສັງຄົມນີຍົມດ້ວຍ​ແນວ​ຄິດ​ຂອງ ​ເລ​ນີນ”.

ຂ່າວ/ບົດ​ອື່ນ