ກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍຄັ້ງທີ 4

ກອງປະຊຸມໃຫຍ່ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍຄັ້ງທີ 4 - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 4 ​
(ພາບ: chinhphu.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 12/10, ຢູ່​ຮ່າ​ໂນ້ຍ, ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 4 ​ແລະ ຕ້ອນຮັບ​ຫຼຽງ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ. ດ້ວຍ​ບົດບາດ​ແມ່ນ​ອົງການ​ຮັບຜິດຊອບ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ພົວພັນຕ່າງປະ​​ເທດ​ປະຊາຊົນ​ຂອງ​ນະຄອນ, ​ໃນ 5 ປີຜ່ານມາ, ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ກ່າຍ​ເປັນ​ຂົວ​ຕໍ່​ສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ມິດຕະພາບ, ສາມັກຄີ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ນະຄອນ​ຫຼວງ ​ແລະ ບັນດາ​ປະ​ເທດ​ໃນ​ໂລກ. ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ Tuong Phi Chien, ຮອງ​ເລຂາ​ຄະນະ​ພັກນະຄອນ​ຮ່າ​ໂນ້ຍ ​ໄດ້​ຖື​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ຮ່າ​ໂນ້ຍ ຕ້ອງ​ໂຄສະນາ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ວຽກ​ງານ​ພົວພັນຕ່າງ​ປະ​ເທດ​ປະຊາຊົນ; ​ເອົາ​ໃຈ​ໃສ່​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ Tuong Phi Chien ​ເນັ້ນ​ໜັກ​ວ່າ.

        “​ເພີ່ມ​ທະວີ​ວຽກ​ງານ​ຖະ​ແຫຼ​ງຂ່າວ, ​ໂຄສະນາ, ​ແນະນຳ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ ​ແລະ ປະຊາຊົນ​ໃນ​ໂລກ​​ເພື່ອ​ໃຫ້​ນັບ​ມື້​ນັບ​ເຂົ້າ​ໃຈ​ຢ່າງຈະ​ແຈ້ງ​ກ່ຽວ​ກັບ​ສະພາບ​ການຂອງ ນະຄອນຫຼວງ. ​ຈາກ​ນັ້ນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ​ເຈດ​ຕະນາ​ດີ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ເພື່ອ​ຍາດ​ແຍ່ງການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ​ທີ່​ມີ​ຕໍ່​ການ​ສ້າງ​ສາ ​ແລະ ປົກ​ປັກ​ຮັກສາ​ນະຄອນຫຼວງ. ພ້ອມ​ທັງ, ປະກອບສ່ວນ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ ​ແລະ ສະຕິ​ຄວາມຮັບ​ຮູ້​ຂອງ​ປະຊາຊົນ​ນະຄອນຫຼວງ​ທຸກ​ຊັ້ນ​ວັນນະກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຫວຽດນາມ ກັບ​ ​ໂລກ”.

ຂ່າວ/ບົດ​ອື່ນ