ກອງປະຊຸມໃຫຍ່ອົງຄະນະພັກກຸ່ມບັນດາອົງການສູນກາງຈະໄຂຂຶ້ນໃນວັນທີ

ກອງປະຊຸມໃຫຍ່ອົງຄະນະພັກກຸ່ມບັນດາອົງການສູນກາງຈະໄຂຂຶ້ນໃນວັນທີ - ảnh 1
(ກອງ​ປະຊຸມ​ຂ່າວກ່ຽວກັບກອງປະຊຸມໃຫຍ່ອົງ
ຄະນະພັກກຸ່ມກ້ອນບັນດາອົງການສຳນັກງານສູນັ້ງທີ 12)


(vovworld) –     ​ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ທີ່ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/9 ຢູ່​ຮ່າ​ໂນ້ຍ, ທ່ານ ​ເຈີ່ນ​ຮົ່ງຮ່າ, ຮອງ​ເລຂາ​ຄະນະ​ພັກ​ກຸ່ມ​ບັນດາ​ອົງການ​​ສູນ​ກາງ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ໃຫຍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 300 ທ່ານ​ທີ່ຂຶ້ນ​ກັບ 63 ອົງຄະ​ນະ​ພັກ. ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ ​ແມ່ນ​ອົງຄະ​ນະ​ພັກ​ມີ​ທີ່​ຕັ້ງ​ສຳຄັນ, ລວມມີ​ອົງການຈັດ​ຕັ້ງ​ພັກ​ໃນ​ບັນດາ​ອົງການ​ເສນາ​ທິການ​ຍຸດ​ທະ​ສາດ, ວາງ​ແຜນ​ນະ​ໂຍບາຍ​ລະດັບມະຫາ​ພາກ​ຂອງ​ພັກ, ລັດ, ​ແນວ​ໂຮ​ມປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ສູນ​ກາງ. ​ໄລ​່ຮອດວັນ​ທີ 15/9, ບັນດາ​ອົງຄະ​ນະ​ພັກ​ຂຶ້ນ​ກັບ​ອົງຄະ​ນະ​ພັກ​ກຸ່ມ​ໄດ້​ສຳ​ເລັດ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່. ປະຈຸ​ບັນ, ທຸກ​ວຽກ​ງານ​ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ອົງຄະ​ນະ​ພັກ​ກຸ່ມ​ບັນດາ​ອົງການ​ສູນ​ກາງ​ຄັ້ງ​ທີ 12 ອາຍຸ​ການ 2015 – 2020 ​​ໄດ້ ແລະ ພວມ​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ. ກອງ​ປະຊຸມ​ໃຫຍ່​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 13 – 15/10, ພິທີ​ໄຂ​ຈະ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 14/10. ດ້ວຍ​ຫົວ​ຂໍ້​ວ່າ: “ກໍ່ສ້າງ​ອົງການ​ຈັດ​ຕັ້ງພັກ​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ, ​ເປັນ​ແບບຢ່າງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ປະຕິບັດງານ​ຂອງ​ພະນັກງານ, ສະມາຊິກ​ພັກ, ສູ້​ຊົນ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ບັນດາ​ອົງການ​ສູນ​ກາງ​ໃຫ້​ດີ​ເດັ່ນ”.

ຂ່າວ/ບົດ​ອື່ນ