ກອງປະຊຸມໃຫຍ່ອົງຄະນະພັກແຂວງບັກຢາງ, ກອນຕຸມ

ກອງປະຊຸມໃຫຍ່ອົງຄະນະພັກແຂວງບັກຢາງ, ກອນຕຸມ - ảnh 1

ໄຂກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ບັກ​ຢາງ ຄັ້ງ​ທີ 18

(vovworld) - ຕອນ​ເຊົ້າ​ວັນ​ທີ 1/10, ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ບັກ​ຢາງ ຄັ້ງ​ທີ 18, ອາຍຸ​ການ 2015-2020 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ ​ໂຕ​ຮູ​ຍ​ເຣື໋ອ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ​ເນັ້ນ​ໜັກ​ວ່າ, ອາຍຸ​ການ​ຈະ​ມາ​ເຖິງ, ອົງຄະ​ນະ​ພັກ​ແຂວງ​ບັກ​ຢາງ ຄວນ​ສຸມ​ໃສ່​ປະຕິບັດ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະກອບ​ຂະ​ແໜງ​ການ, ຂົງ​ເຂດ​ຄືນ​ໃໝ່, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ, ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ຮ່ວມ​ສຳພັນ​ລະຫວ່າງ​ເຂດ, ຍາດ​ແຍ່ງ​ທ່າ​ສະດວກ​ຂອງ​ແຂວງ​ເພື່ອ​ພັດທະນາ, ​ເອົາ​ໃຈ​​ໃສ່່​ເປັນ​ພິ​ເສດ​ເຖິງ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ, ຊົນນະບົດ:

 “ຄວນ​ສຸມ​ໃສ່​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ, ຊົນນະບົດ, ການ​ຜະລິດ​ປຸງ​ແຕ່ງ, ການຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ - ​ເຄື່ອງ​ປ່າ​ຂອງ​ດົງ, ສ້າງ​ການ​ຮ່ວມ​ສຳພັນ​ຢ່າງ​ແໜ້​ນ​ແຟ້ນຈາກ​ການ​ຜະລິດ​ເຖິງ​ການຈຳໜ່າຍ, ຮັບປະກັນ​ພັດທະນາ​ກະສິກຳ​ຢ່າງ​ໝັ້ນຄົງ, ຍູ້​ແຮງ​ການ​ຜະລິດ​ກະສິກຳ​ເປັນ​ສິນຄ້າ, ​ເພີ່ມ​ທະວີ​ການ​ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ເຕັກນິກ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ“.

​ໃນ​ວັນ​ດຽວ​ກັນ, ອົງຄະ​ນະ​ພັກ​ແຂວງ​ກອນ​ຕຸ​ມ ກໍ່​ໄຂ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 15, ອາຍຸ​ການ 2015-2020. ກ່າວ​ຄວາມ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ​ເນັ້ນ​ໜັກ​ວ່າ:

“​ແຂວງ​ກອນ​ຕຸ​ມຄວນ​ເຮັດ​ວຽກ​ງານ​ວາງ​ແຜນ ​ແລະ ຄຸ້ມ​ຄອງ​ແຜນ​ກຳນົດ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ແຜນ​ກຳນົດ​ນຳ​ໃຊ້​ທີ່​ດິນ, ປ່າ, ຊັບພະຍາກອນ​ໂລຫະ, ຊົນລະປະທານ; ພັດທະນາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນຳ້​ຕາມ​ທິດ​ຜະລິດ​ເປັນ​ສິນຄ້າ… ດຶງ​ດູດການລົງທຶນ​ເຂົ້າ​ບັນດາ​ເຂດ, ກຸ່ມ​ອຸດສາຫະກຳ​ຕາມ​ແຜນ​ກຳນົດ; ພັດທະນາ​ອຸດສາຫະກຳຜະລິດຳ​ປຸງ​ແຕ່ງ, ອຸດສາຫະກຳ, ຂຸດ​ຄົ້ນ​​ໂລຫະ. ລະດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ສຸມ​ໃສ່​ລົງທຶນ​ເຂົ້າ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ“.

ລະດັບ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍຂອງ​ແຂວງ​ກອນ​ຕຸ​ມ​ໃນ​ແຕ່ລະ​ປີ​ບັນລຸ​ເກືອບ 14%, ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ 5 ປີ​ກ່ອນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸປະມານ 1.555 USD, ​ເພີ່ມ​ຂຶ້ນ 15% ຂອງ​​ແຜນການ.

ຂ່າວ/ບົດ​ອື່ນ