ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງວິທະຍາສາດເຕັກໂນໂລຢີ

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂະແໜງວິທະຍາສາດເຕັກໂນໂລຢີ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ
ມອບຫຼຽນໄຊໃຫ້ສ່ວນບຸກຄົນດີເດັ່ນ
(ພາບ: chinhphu.vn)

(vovworld) – ​ ​ ​ 5 ປີ​ທີ່​ຜ່ານ​ມາ, ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂະ​ແໜງ​ການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ໄດ້​ປຸກລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກງານ, ພາລະ​ກອນລັດຖະກອນ​ຈຳນວນ​ຫລວງ​ຫລາຍ, ປະກອບສ່ວນ​ສຳ​ເລັດ​ບັນດາ​ໜ້າ​ທີ່​ການ​ເມືອງ​ຂອງ​ຂະ​ແໜງ​ການ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່​ຊຶ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 3/10 ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ: ​

        “ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຕ້ອງຄາດ​ຄະ​ເນ​ໄດ້​ບັນດາ​ທິດ​ທາງ​ໃໝ່​ໃນ​ວິທະຍາສາດ - ​ເຕັດ​ໂນ​ໂລ​ຢີ, ພິ​ເສດ​​ແມ່ນ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ປະຈຸ​ບັນ. ຕ້ອງ​ມີ​ການແຂ່ງຂັນປະດິດ​ຄິດ​ສ້າງ, ມອບ​ລາງວັນ​ທີ່ເໝາະ​ສົມ​ໃຫ້​ຜູ້​ເປັນ​ເສນາ​ທິການ​ຊອກ​ຫາ​ທິດ​ກ້າວ​ເດີນ​ໃໝ່. ນອກຈາກ​ນັ້ນ, ຕ້ອງ​ແຂ່ງຂັນ​ປະຕິ​ຮູບດ້ານ​ບໍ​ລິ​ຫານ. ປະຕິ​ຮູບ​ດ້ານບໍລິຫານ ​ເພື່ອ​ເຮັດ​ໃຫ້​ຜູ້​ຄົ້ນ​ຄວ້າ​ວິທະຍາສາດມີ​ຄວາມ​ສະດວກ​ສະບາຍ​ທີ່​ສຸດ. ​ເວລາ​ນັ້ນ, ກຳລັງ​​ປະດິດ​ຄິດສ້າງ​ຂອງ​ພວກເຂົາ​ຈຶ່ງ​ພັດທະນາ​ໄດ້”.

ຂ່າວ/ບົດ​ອື່ນ