ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຫ້ອງວ່າການສູນກາງພັກ

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຫ້ອງວ່າການສູນກາງພັກ - ảnh 1
ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຫ້ອງວ່າການສູນກາງພັກ
(ພາບ: qdnd.vn)


​​(vovworld) - ວັນ​ທີ 07/08, ຫ້ອງວ່າການ​ສູນ​ກາງ​ພັກ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ທີ 3 ຢູ່​ຮ່າ​ໂນ້ຍ ຢ່າງ​ສົມ​ກຽດ. ກອງ​ປະຊຸມ​ໃຫຍ່​ໄດ້​ເຊີດ​ຊູ 36 ໝູ່​ຄະນະ ​ແລະ 38 ສ່ວນ​ບຸກຄົນ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ໄລຍະ 2010 – 2015. ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກ​ອມມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ, ທ່ານກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ ເລ​ຮົ່ງ​​ແອ​ງ ​ເຂົ້າ​ຮ່ວມ​ກອງປະຊຸມ​ໃຫຍ່. ຕາງ​ໜ້າ​ໃຫ້​ກົມ​ການ​ເມືອງ, ຄະນະ​ເລຂາ, ທ່ານ ​ເລ​ຮົ່ງ​ແອ​ງ ​ໄດ້​ຮັບ​ຮູ້ ​ແລະ ຍ້ອງຍໍ​ບັນດາ​ຜົນງານ​ທີ່​ບັນ​ລຸ​ໄດ້​ຂອງ​ວ່າ​ນສູນ​ກາງ​ພັກ ​ໃນ​ຊຸມ​ປີຜ່ານມາ. ​ເພື່ອ​ຍົກ​ສູງຄຸນ​ນະພາ​ບ, ປະສິດທິ​ຜົນ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ກວ່າ​ອີກ, ຫ້ອງວ່າການ​ສູນ​ກາງ​ພັກ ຕ້ອງ​ສືບ​ຕໍ່​ຊາບ​ຊຶມ​ຄຳ​ສັ່ງ​ສອນ​ຂອງ​ປະທານ​ໂຮ່ຈິ​ມິນ ກ່ຽວ​ກັບ​ການ​ແຂ່ງ​ຂັນ​ຮັກ​ຊາດ​ກວ່າ​ອີກ. ​ເລື່ອງ​ປຸກລະດົມ, ຈັດ​ຕັ້ງ​ບັນ​ດາຂະ​ບວນການ​ແຂ່ງຂັນ ຕ້ອງ​ຕິດພັນ​ກັບ​ການ​ປະຕິ​ບັດ​ບົດບາດ, ໜ້າ​ທີ່​ຂອງ​ອົງການ, ຫົວໜ່ວຍ, ປະກອບສ່ວນຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​​ເສນາ​ທິການ, ຊ່ວຍວຽກ​​ໃຫ້ຄະນະ​ບໍລິຫານ​ສູນ​ກາງ, ​ໂດຍ​ກົງ​ແມ່ນ​ກົມ​ການ​ເມືອງ, ຄະນະ​​ເລຂາສູນ​ກາງ. ​ເນື່ອງ​​ໃນ​ໂອກາດ​ນີ້, ຫ້ອງວ່າການ​ສູນ​ກາງ ​ໄດ້​ປຸກ​ລະດົມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໄລຍະ 2015 – 2020.

ຂ່າວ/ບົດ​ອື່ນ