ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແລະຍ້ອງຍໍຊາວກະສິກອນເປັນແບບຢ່າງທີ່ດີເດັ່ນທົ່ວປະເທດ

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດແລະຍ້ອງຍໍຊາວກະສິກອນເປັນແບບຢ່າງທີ່ດີເດັ່ນທົ່ວປະເທດ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງ ຍ້ອງຍໍ​ 11 ​ໝູ່​ຄະນະ ​ແລະ 300 ຄົນທີ່​ໄດ້​ຮັບ​ການ​ຍ້ອງຍໍ
(ພາບ: HM)

(vovworld) – ​ ວັນ​ທີ 4/9,​ ບຸກຄົນ​ທີ່ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ທົ່ວ​ປະ​ເທດ 300 ຄົນ​ທີ່​ຕາງໜ້າ​ໃຫ້​ສະມາຊິກ​ຊາວ​ກະ​ກອນ​ທົ່ວ​ປະ​ເທດ 10 ລ້ານກວ່າ​ຄົນ​​. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ ​ແລະ ຍ້ອງຍໍ​ສັນລະ​ເສີນ​ຊາວ​ກະສິກອນ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ທົ່ວ​ປະ​ເທດ ຄັ້ງ​ທີ 4 ​ໄລຍະ 2010 – 2015. ນີ້​ແມ່ນ​ໂອກາດ​ສະຫລຸບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ສະມາຄົມ​ຊາວ​ກະສິກອນ​ໃນ 5 ປີ​ແຜ່ນ​ມາ, ວາງ​ອອກ​ທິດ​ທາງ, ຄາດໝາຍ, ໜ້າ​ທີ່​ ຂະ​ບວນການ​ແຂ່ງຂັນ ​ແລະ ວຽກ​ງານ​ຍ້ອງຍໍ​ໃນ 5 ປີ​ຕໍ່​ມາ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ​ໃຫຍ່, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ການຄະນະ​ເລຂາ ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ໝາກຜົນ​ຂອງຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ສະມາຄົມ​ຊາວ​ກະສິກອນ ຫວຽດນາມ ​ແລະ ຊົນ​ຊັ້ນ​ຊາວ​ກະສິກອນ​ຫວຽດນາມ ໃນ 5 ປີຜ່ານມາ ​ແລະ ຍ້ອງຍໍ​ 11 ​ໝູ່​ຄະນະ ​ແລະ 300 ຄົນທີ່​ໄດ້​ຮັບ​ການ​ຍ້ອງຍໍ. ທ່ານ ​ເລ​ຮົ່ງ​ແອ​ງ ສະ​ເໜີ​​ສະມາຄົມ​ຊາວ​ກະສິກອນທຸກ​ຂັ້ນ ​ຕ້ອງ​ສືບ​ຕໍ່​ສົ່ງ​ເສີມ, ​ລະດົມ​ກຳລັງ​ໃຈ​ສະມາຊິກ​ຊາວ​ກະສິກອນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກ​ຄີ, ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ, ຊ່ວຍ​ເຫຼືອ​ຄອບຄົວ​ທຸກ​ຍາກ​ບືນ​ຕົວ​ຂຶ້ນ​ເພື່ອ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ດ້ວຍ​ຫຼາຍຮູບ​ການ, ປະກອບສ່ວນ​ກໍ່ສ້າງຊົນນະບົດ​ໃໝ່​ໃນ​​ໄລຍະ​ຫັນປະ​ເທດ​ຊາດ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

 


ຂ່າວ/ບົດ​ອື່ນ