ກອງປະຊຸມໄຈ້ແຍກຕີລາຄາສັງຄົມຮ່າງກົດໝາຍວ່າດ້ວຍສະມາຄົມ

ກອງປະຊຸມໄຈ້ແຍກຕີລາຄາສັງຄົມຮ່າງກົດໝາຍວ່າດ້ວຍສະມາຄົມ - ảnh 1
ກອງປະຊຸມໄຈ້ແຍກຕີລາຄາສັງຄົມຮ່າງກົດໝາຍວ່າດ້ວຍສະມາຄົມ

(vovworld) - ຕອນ​ເຊົ້າ​ວັນ​ທີ 14/10, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ໄຈ້​ແຍ​ກຕີ​ລາຄາ​ສັງຄົມ​ຮ່າງ​ກົ​ດໝາຍວ່າ​ດ້ວຍ​ສະມາຄົມ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ເຫັນ​ດີ​ໄດ້​​ເຫັນ​ພ້ອມ​ຕໍ່​ຂອບ​ເຂດ​ປັບປຸງຂອງຮ່າງ​ກົດໝາຍ ​​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ກຳນົດ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສະມາຄົມ; ການຈັດ​ຕັ້ງ, ​ເຄື່ອນ​ໄຫວ ​ແລະ ການຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສະມາຄົມ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຜູ້​ແທນ​ກໍ່​ຖື​ວ່າ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​​ສະມາຄົມ​ ຕົ້ນ​ຕໍ່​​​ແມ່ນເນັ້ນ​ໜັກ​ເຖິງ​ລະບຽບ​ການ​ສ້າງ​ຕັ້ງ​ສະມາຄົມ, ບໍ່​ທັນ​ມີ​ເຖິງ​ລັກສະນະ​ວັດທະນະທຳ​ມະນຸດ, ຄວາມ​ສາມັກຄີ ​ແລະ ​ຮັກ​ຊາດ…​ຂອງ​ບັນດາ​ສະມາຄົມເທື່ອ. ທ່ານ ຫວູຈ້ອງ​ກີ​ມ ປະທານ​ສະມາຄົມ​ຊາວ​ໜຸ່ມຕະລຸມ​ບ່ອນຫວຽດນາມ ຖື​ວ່າ:

        “ສິດ​ເສລີ​​ໃນການສ້າງ​ຕັ້ງ​ສະມາຄົມ​ໄດ້ຮັບ​ການ​ປົກ​ປ້ອງ​ດ້ວຍ​ກົດໝາຍຄັ້ງ​ນີ້ ແມ່ນ​ຕ້ອງ ​​ແນ​ໃສ່​ຈຸ​ດປະ​ສົ​ງ​ເພື່ອ​ຜົນ​ປະ​ໂຫຍ​ດຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທີ 2 ​ແມ່ນ​ຮັກສາສຸຂະພາບ ​ແລະ ຄຸ​ນສົມ​ບັດ​ທາງ​ສັງຄົມ. ທີ 3 ແມ່ນ​ປົກ​ປ້ອງ​ບັນດາ​ສິ​ດ​ເສລີ​ຂອງ​ຜູ້​ອື່ນ. ດັ່ງ​ນັ້ນຂ້າພະ​ເຈົ້າ​ເຫັນ​ວ່າ ມາດຕາ 9 ກ່ຽວ​ກັບ​ບັນດາ​ການ​ກະທຳ ຖື​ກຫ້າມ​ແມ່ນ​ເໝາະ​ສົມ, ​ແຕ່​ຂ້າພະ​ເຈົ້າ​ຖື​ວ່າ ບໍ່​ຄວນ​ສວຍ​ໃຊ້ສິດ​ເສລີ​ຫລາຍ

 


ຂ່າວ/ບົດ​ອື່ນ