ກອງປະຊຸມໄປສະນີບັນດາປະເທດອາຊີຕາເວັນອອກສຽງໃຕ້(ASEANPOST) ຈະປຶກສາຫາລືກ່ຽວກັບການຍົກສູງຄຸນນະພາບການບໍລິການ

(VOVWORLD) -ໃນວັນທີ 7-9 ທັນວາຈະມາເຖິງ, ກອງປະຊຸມໄປສະນີບັນດາປະເທດອາຊີຕາເວັນອອກສຽງໃຕ້(ASEANPOST) ຈະຈັດຂຶ້ນຢ່າງເປັນທາງການຢູ່ ບິ່ງດິ້ງ ດ້ວຍຫລາຍການເຄື່ອນໄຫວທີ່ພົ້ນເດັ່ນຄື: ກອງປະຊຸມລົງເລິກບັນຫາທຸລະກິດໄປສະນີ; ກອງປະຊຸມໂຕະມົນບັນດາການນຳຂັ້ນສູງ(ASEANPOST).

ບັນດາຜູ້ແທນກໍ່ປຶກສາຫາລືເລື່ອງຜັນຂະຫຍາຍບັນດາບັນຫາການຮ່ວມມືຫລາຍຝ່າຍ, ແຜນການດຳເນີນງານ, ບັນດາຂໍ້ລິເລີ່ມ, ມາດຕະການຢ່າງກົມກຽວເພື່ອຮັບປະກັນຜົນປະໂຫຍດ, ສິດຜົນປະໂຫຍດຂອງບັນດາປະເທດສະມາຊິກ, ເປັນຕົ້ນແມ່ນການຍົກສູງຄຸນນະພາບບັນດາຜະລິດຕະພັນການບໍລິການ.

ດ້ວຍບົດບາດເປັນປະເທດເຈົ້າພາບ, ໄປສະນີ ຫວຽດນາມ ຈະຈັດຕັ້ງກອງປະຊຸມໂຕະມົນບັນດາຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງໄປສະນີອາຊີຕາເວັນອອກສ່ຽງໃຕ້ ເພື່ອປຶກສາຫາລືກ່ຽວກັບກົນໄກ ແລະ ສິ່ງທ້າທາຍທີ່ວາງອອກສຳລັບຂະແຫນງໄປສະນີໃນໄລຍະຫັນເປັນດິຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ