ກະ​ກຽມ​ຈັດ​ຕັ້ງ​ ​ວັນ​ບຸນ​ພົບ​ປ​ະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຢ່າງ​ສຳ​ເລັດ​ຜົນ

(VOVWORLD) -ວັນບຸນຈະດຳເນີນແຕ່ວັນທີ 23 – 25 ກັນຍາ ໂດຍມີການເຂົ້າຮ່ວມຂອງ 10 ແຂວງຫວຽດນາມ ແລະ 10 ແຂວງຂອງລາວ ເຊິ່ງແມ່ນບັນດາແຂວງທີ່ມີເສັ້ນຊາຍແດນຕິດຈອດກັນ.
ກະ​ກຽມ​ຈັດ​ຕັ້ງ​ ​ວັນ​ບຸນ​ພົບ​ປ​ະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຢ່າງ​ສຳ​ເລັດ​ຜົນ - ảnh 1ການເຮັດວຽກ (ພາບ: dangcongsan.vn)

ພິທີໄຂວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ດ້ວຍຫົວຂໍ້ “ເຕັມໄປດ້ວຍນ້ຳໃຈມິດຕະພາບ - ມຸ່ງໄປເຖິງອະນາຄົດ” ຄາດວ່າຈະດຳເນີນໃນເວລາ 20 ໂມງຂອງວັນທີ 23 ກັນຍາ, ຢູ່ສະໜາມຫຼວງ 7/5, ນະຄອນດ້ຽນບຽນຝຸ, ແຂວງ ດ້ຽນບຽນ. ນີ້ແມ່ນເຫດການວັດທະນະທຳ, ການເມືອງໃຫຍ່ ມຸ່ງໄປເຖິງການສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2022), 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາວ (5/9/1962 – 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ - ລາວ (18/7/1977-18/7/2022).

ວັນບຸນຈະດຳເນີນແຕ່ວັນທີ 23 – 25 ກັນຍາ ໂດຍມີການເຂົ້າຮ່ວມຂອງ 10 ແຂວງຫວຽດນາມ ແລະ 10 ແຂວງຂອງລາວ ເຊິ່ງແມ່ນບັນດາແຂວງທີ່ມີເສັ້ນຊາຍແດນຕິດຈອດກັນ.

ໃນຂອບເຂດວັນບຸນ ຈະດຳເນີນຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຄື: ພິທີຖະຫວາຍທູບທຽນຢູ່ວິຫານບູຊານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສະໜາມຮົບ ດ້ຽນບຽນຝຸ, ພິທີອາໄສຫາຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ…. ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວວາງສະແດງ ຊຸມຊົນບັນດາເຜົ່າສ່ວນໜ້ອຍ ຢູ່ເຂດຊາຍແດນ. ບັນດາການເຄື່ອນໄຫວຈະຊຸກຍູ້ການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ ເພື່ອພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ, ປົງແປງ ແລະ ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ