ກະກຽມບັນດາການເຄື່ອນໄຫວວັດທະນະທຳ, ສີລະປະເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທຳອິດ

(VOVWORLD) - ຜູ້ຕາງໜ້າບັນດາອົງການໄດ້ປະກອບຄຳເຫັນລະອຽດກ່ຽວກັບວຽກງານຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະດັ່ງກ່າວ, ດ້ວຍເນື້ອໃນຕົ້ນຕໍ, ຄື: ຈັດງານປະກວດປະພັນ ຫຼື ບັ້ນຂົນຂວາຍປະພັນເພງກ່ຽວກັບສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນ ຫວຽດນາມ
ກະກຽມບັນດາການເຄື່ອນໄຫວວັດທະນະທຳ, ສີລະປະເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທຳອິດ - ảnh 1ທີ່ການເຮັດວຽກ
(ພາບ: quochoi.vn)

        ຕອນບ່າຍວັນທີ 10 ມັງກອນ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານການເຮັດວຽກກ່ຽວກັບວຽກງານກະກຽມບັນດາການເຄື່ອນໄຫວວັດທະນະທຳ, ສິລະປະເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດ ຫວຽດນາມ ຄັ້ງທຳອິດ (06 ມັງກອນ 1946 – 06 ມັງກອນ 2026).

        ທີ່ການເຮັດວຽກ, ຜູ້ຕາງໜ້າບັນດາອົງການໄດ້ປະກອບຄຳເຫັນລະອຽດກ່ຽວກັບວຽກງານຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະດັ່ງກ່າວ, ດ້ວຍເນື້ອໃນຕົ້ນຕໍ, ຄື: ຈັດງານປະກວດປະພັນ ຫຼື ບັ້ນຂົນຂວາຍປະພັນເພງກ່ຽວກັບສະພາແຫ່ງຊາດ ຫວຽດນາມ ແລະ ສະພາປະຊາຊົນ ຫວຽດນາມ; ລາຍການສິລະປະສະຫງ່າລາສີສະພາແຫ່ງຊາດ ຫວຽດນາມ; ຈັດງານມະໂຫລານສຽງເພງໂທລະພາບສະພາແຫ່ງຊາດ ຫວຽດນາມ.

        ສະຫຼຸບການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີສ້າງຕັ້ງບັນດາອະນຸກຳມະການໂດຍໄວ ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ