ກະກຽມຜັນຂະຫຍາຍໂຄງການ ພັດທະນາຕົວເມືອງຢູ່ 4 ແຂວງພູດອຍທາງພາກເໜືອ

ກະກຽມຜັນຂະຫຍາຍໂຄງການ ພັດທະນາຕົວເມືອງຢູ່ 4 ແຂວງພູດອຍທາງພາກເໜືອ - ảnh 1
ກະກຽມ​​ຜັນ​ຂະຫຍາຍ​ໂຄງການ​ພັດທະນາ​ຕົວ​ເມືອງ​
ຢູ່ 4 ​ແຂວງ​ພູດອຍທາງ​ພາກ​​ເໜືອ
( ພາບ: chinhphu.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 25/6, ຢູ່​ທີ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ລະຫວ່າງ​​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຈຳນວນ​ໜຶ່ງ ກັບ​ຜູ້ຕາງໜ້າ​ທະນາຄານ​​ໂລກ​ປະຈຳ​ຫວຽດນາມ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ໂຄງການ​ພັດທະນາ​ຕົວ​ເມືອງ​ຢູ່ 4 ​ແຂວງ​ພູດອຍທາງ​ພາກ​​ເໜືອທີ່​ມີ​ມູນ​ຄ່າ 250 ລ້ານ USD. ​ໂຄງການ​ນີ້​ໄດ້​ຮັບ​​ອະນຸມັດ​ຈາກ​ທ່ານນາຍົກລັດຖະມົນຕີ ກ່ຽວ​ກັບ​​ແຜນ​ນະ​ໂຍບາຍ​ດ້ວຍ​ຈຸດໝາຍ​ຍົກ​​ລະ​ດັບ​ຕົວ​ເມືອງ​ເຂດ​ພູດ​ອຍທາງ​ພາກ​​ເໜືອຢູ່ 4 ​ແຂວງ​ຄື ດ້ຽນບຽນ, ບັກກ້ານ, ກາວ​ບັ່ງ ​ແລະ ​ທາຍຫງວຽນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ຢືນຢັນ​ວ່າ ໂຄງການ​ພັດທະນາ​ຕົວ​ເມືອງ​ຢູ່ 4 ​​ແຂວງ​ພາກ​ເໜືອ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ທີ່​ຈຳ​ເປັນ, ສ້າງ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ​ໃນ​ທົ່ວ​ປະ​ເທດ​ຢ່າງ​ຄົບ​ຊຸດ, ປະກອບສ່ວນ​ຊ່ວຍ​ໃຫ້​ບັນດາ​ແຂວງ​ທາງ​ພາກ​ເໜືອມີ​ໂອກາດ​ພັດທະນາ ​ແລະ ທັດ​ທຽມ​ກັບ​ການ​ພັດທະນາ​ລວມຂອງ​ໂລກ ​ແລະ ພື້ນຖານ​ໂຄງ​ລ່າງ​ຂອງ​ທົ່ວ​ປະ​ເທດເວົ້າ​ສະ​ເພາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​ສະ​ເໜີ​ໃຫ້​ທະນາຄານ​ໂລກ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ສືບ​ຕໍ່​ແລ​ກປ່ຽນ ​ເພື່ອ​ຜັນ​ຂະຫຍາຍ​ຕາມ​ທິດທາງ​ໃໝ່ ​ເຊິ່ງທະນາຄານ​ໂລກ​ພວມ​ສະ​ເໜີ, ​ຈຸດໝາຍ​ສຸງສຸດ​ແມ່ນ​ຮັບປະກັນ​ການ​ປະຕິບັດ​ໂຄງການຢ່າງ​ວ່າງ​ໄວ ​ແລະ ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ