ກະກຽມວັນບຸນເຕັດໃຫ້ບັນດາເປົ້າໝາຍນະໂຍບາຍ,ກຳມະກອນຜູ້ອອກແຮງງານທີ່ທຸກຍາກ

(VOVWORLD) - ວັນທີ 05 ກຸມພາ, ທ່ານຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ ເລຫາຍເຊີນ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດໃຫ້ປະຊາຊົນເຜົ່າສ່ວນໜ້ອຍຢູ່ຕາແສງ ຟຸ໋ມິ້, ເມືອງ ມິ້ຕູ໋, ແຂວງ ຊອກຈັງ.

ກະກຽມວັນບຸນເຕັດໃຫ້ບັນດາເປົ້າໝາຍນະໂຍບາຍ,ກຳມະກອນຜູ້ອອກແຮງງານທີ່ທຸກຍາກ - ảnh 1 ມອບຂອງຂວັນ, ອວຍພອນບຸນເຕັດໃຫ້ປະຊາຊົນ

(ພາບ: TTXVN)

ນີ້ແມ່ນຕາແສງທີ່ປະສົບກັບຄວາມຫຍຸ້ງຍາກມີປະຊາຊົນບັນດາເຜົ່າສ່ວນໜ້ອຍເຊິ່ງມີຊາວຂະແມກວ່າ 90%. ທ່ານຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ ເລຫາຍເຊີນ ໃຫ້ຮູ້ວ່າ, ພັກ ແລະ ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍ, ບັນດານະໂຍບາຍຊົນເຜົ່າໄດ້ຮັບການເພີ່ມທະວີເປັນປະຈຳ ແລະ ເບິ່ງແຍງດູແລປະຊາຊົນຢ່າງເຖິງຖອງ.

        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໂດຍທ່ານເລຂາທີໜຶ່ງສູນກາງຄະນະຊາວໜຸ່ມ ເລກ໋ວກຟອງ, ເປັນຫົວໜ້າຄະນະ, ໄດ້ໄປອວຍພອນປີໃໝ່ພະນັກງານ, ນັກຮົບປ້ອງກັນຊາຍແດນ ຫຼາກເຮີ໋ຍ, ເມືອງ ຈີຕົນ ແລະ ປ້ອມປ້ອງກັນຊາຍແດນວິ້ງໂຮ້ຍດົງ, ເມືອງອານຟູ໋, ຂຶ້ນກັບກຳລັງທະຫານແຂວງອານຢາງ.

        ເນື່ອງໃນໂອກາດບຸນເຕັດປີຈໍ 2018, ກຳມະບານທຸກຂັ້ນຢູ່ແຂວງ ລອງອານ ໄດ້ ແລະ ພວມປະຕິບັດການເຄື່ອນໄຫວເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ສະມາຊິກຊາວໜຸ່ມ, ຜູ້ອອກແຮງງານເພື່ອໃຫ້ເຂົາເຈົ້າຕ້ອນຮັບວັນບຸນເຕັດຢ່າງເບີກບານມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ