ກະກຽມວຽກງານຮັບປະກັນຄວາມປອດໄພໃຫ້ກອງປະຊຸມຂັ້ນສູງAPEC2017

ກະກຽມວຽກງານຮັບປະກັນຄວາມປອດໄພໃຫ້ກອງປະຊຸມຂັ້ນສູງAPEC2017 - ảnh 1
(ກະກຽມວຽກງານຮັບປະກັນຄວາມປອດໄພ
ໃຫ້ກອງປະຊຸມຂັ້ນສູງ APEC 2017)


(vovworld) – ອະນຸ​ກຳມະການ​ປ້ອງ​ກັນ​ຄວາມສະຫງົບ ​ແລະ ສາທາລະນະ​ສຸກ APEC 2017 ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ທີ 1 ​ໃນ​ຕອນ​ບ່າຍວັນ​ທີ 21/10, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ​້ການ​ເປັນ​ປະທານ​ຂອງພົນ​ໂທ ​ໂຕ​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕະຫຼວດ, ຫົວໜ້າອະນຸ​ກຳມະການ​ປ້ອງ​ກັນ​ຄວາມສະຫງົບ ​ແລະ ສາທາລະນະ​ສຸກ APEC 2017. ພົນ​ໂທ ​ໂຕ​ເລີມ ​ເນັ້ນ​ໜັກ​ວ່າ, ກອງ​ປະຊຸມ​ຂັ້ນ​ສູງ APEC 2017 ​ແມ່ນ​ເຫດການ​ການ​ເມືອງ​ທີ່​ສຳຄັນ​ຂອງ​ພາກພື້ນ ​ແລະ ສາກົນ. ​ເລື່ອງ​ຈັດ​ຕັ້ງ​ກອງ​ປະຊຸມ APEC 2017 ສຳ​ເລັດ​ຜົນ, ຈະ​ປະກອບສ່ວນ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ຫວຽດນາມ ບົນ​ເວທີ​ສາກົນ, ສ້າງ​ກົດໝາຍ​ກ່ຽວ​ກັບປະ​ເທດ​ຫວຽດນາມ ທີ່​ຂະຫຍັນ​ຂັນ​ເຄື່ອນ, ​ເປີດ​ອົກ​ເປີ​ດ​ໃຈ ​ແລະ ມີ​ຄວາມ​ສະຫງົບ; ຊຸກຍູ້​ການ​ຮ່ວມ​ມື 2 ຝ່າ​ຍກັບ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ, ຮັບ​ໃຊ້​ພາລະກິດ​ພັດທະນາ​ປະ​ເທດ​ຊາດ. ສະ​ນັ້ນ, ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ບັນດາ​ຫົວ​ໜ່ວຍ​ກ່ຽວຂ້ອງ​ຕ້ອງ​ຜັນ​ຂະຫຍາຍ​ກຳລັງ, ​ເພິ່ມທະວີພາຫະນະ, ​ເປັນ​ເຈົ້າ​ການ​ປ້ອງ​ກັນ, ຕ້ານ, ພົບ​ເຫັນ​, ສະກັດ​ກັ້ນ, ​ເຮັດ​​ໃຫ້​ທຸກ​ກົນອຸບາຍ​ເຄື່ອນ​ໄຫວ​ຂອງບັນດາອິທິ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ ​ແລະ ອາດ​ຊະ​ຍາ​ກຳ​ຖືກ​ປະລາ​ໄຊ, ບໍ່​ປະ​ໃຫ້​ເກີດ​ສະພາບ​ຂາ​ດຄວາມ​ສະຫງົຍ, ​ຄວາມ​ເປັນລະບຽບ​ຮຽບຮ້ອຍ​ທີ່ສົ່ງ​ຜົນ​ສະທ້ອນ​ເຖິງ​ທຸກ​ການ​ເຄື່ອນ​ໄຫວ​ຂອງ APEC 2017, ​ໂດຍສະ​ເພາະ​ແມ່ນ​ໃນ​ດຳ​ເນີນ​ສັບປະດາ​ຂັ້ນ​ສູງ​ຢູ່​ດ່າ​ນັ້ງ.

      ຈຸດ​ສຸມກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​ໄສ​ການຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC 2017), ​ແມ່ນ​ສັບປະດາ​ຂັ້ນ​ສູງ​ຄາ​ດວ່າຈະດຳ​ເນີນ​ຢູ່​ນະຄອນ​ດ່າ​ນັ້ງ, ​ໃນ​ເດືອ​ນ 11/2017, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ບັນດາ​ການ​ນຳພື້ນຖານ​ເສ​ດຖະກິດ​ຂອງ 21 ປະ​ເທດ​ສະມາຊິກ.

ຂ່າວ/ບົດ​ອື່ນ