ກະກຽມສຳເນົາເອກະສານຍື່ນສະເຫນີUNESCOຮັບຮອງມໍລະດົກວັດທະນະທຳຈຳນວນຫນຶ່ງ

ກະກຽມສຳເນົາເອກະສານຍື່ນສະເຫນີUNESCOຮັບຮອງມໍລະດົກວັດທະນະທຳຈຳນວນຫນຶ່ງ - ảnh 1
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ


(vovworld)-​ຕອນ​ບ່າຍ​ວັນ​ທີ 11/12 ຢູ່ ຫ້ອງວ່າ​ການ​ລັດ​ຖະ​ບານ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ເຮັດ​ວຽກ​ກັບ​ສະ​ພາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ. ນະ​ທີ່ນີ້ ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຕີ​ລາ​ຄາ​ສູງ ການ​ປະ​ກອບ​ສ່ວນ​ຂອງ​ສະ​ພາມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃນ​ຊຸມ​ປີ​ຜ່ານ​ມາ ແລະ ຖື​ວ່າ: ໃນ​ໄລ​ຍະ​ເຊື່ອມ​ໂຍງ ພ້ອມ​ກັບ​ການ​ຮັບ​ເອົາ​ສິ່ງຍອດ​ຢ້ຽມ​ວັດ​ທະ​ນະ​ທຳ​ຂອງມວນ​ມະ​ນຸດ, ຫວຽດ​ນາມ ກໍ​ຄວນ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ຊາດ.  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ ສະ​ພາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແຫ່ງ​ຊາດ ຄວນ​ເພີ່ມ​ທະ​ວີ​ການ​ຄົ້ນ​ຄ້​ວາ​ເນື້ອ​ໃນ​ວັດ​ທະ​ນະ​ທຳ​ທະ​ເລ​ໝູ່​ເກາະ, ເປີດກວ້າງ​ຂອບ​ຂ​ະ​ຫນາດ​ຄົ້ນ​ຄ້​ວາ​ບາງ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ຮັບ​ໃຊ້​ໃຫ້​ການ​ກະ​ກຽມ​ສຳ​ເນົາ​ເອ​ກະ​ສານ​ຍື່ນ​ສະ​ເຫນີ​ຕໍ່ UNESCO ຮັບ​ຮອງ​ເປັນ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງມວນ​ມະ​ນຸດ.

 

ຂ່າວ/ບົດ​ອື່ນ