ກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ

(VOVWORLD) - ຈຸດສຸມຂອງບັນດາກອງປະຊຸມຄັ້ງນີ້ແມ່ນແລກປ່ຽນວຽກງານກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ
ກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຮຸ່ງຫວຽດ, ຫົວໜ້າ SOM ອາຊຽນ ຫວຽດນາມ
(ພາບ: TTXVN)

        ໃນລະຫວ່າງວັນທີ 21 – 22 ສິງຫາ, ຢູ່ນະຄອນ ຫຼວງພະບາງ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ, ອາຊຽນ + 3 ແລະ ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ພາຍໃຕ້ການເປັນປະທານຂອງປະເທດ ລາວ, ປະເທດປະທານ ອາຊຽນ 2024. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ້ຮຸ່ງຫວຽດ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າເຂົ້າຮ່ວມບັນດາກອງປະຊຸມ.

        ຈຸດສຸມຂອງບັນດາກອງປະຊຸມຄັ້ງນີ້ແມ່ນແລກປ່ຽນວຽກງານກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ເຊິ່ງຈະຈັດຂຶ້ນແຕ່ວັນທີ 08 – 10 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ. ຄາດວ່າ, ການນຳຈະຮັບຮອງເອົາ ຫຼື ຮັບຮູ້ເອກະສານປະມານ 80 ສະບັບ.

        ທີ່ບັນດາກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນ, ໜູນຊ່ວຍ ລາວ ປະຕິບັດສຳເລັດໜ້າທີ່ສຳຄັນດັ່ງກ່າວ; ພ້ອມທັງຢືນຢັນວ່າ, ຫວຽດນາມ ສະໜັບສະໜູນ Timor Leste ເຂົ້າເປັນສະມາຊິກຢ່າງຄົບຖ້ວນຂອງ ອາຊຽນ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງ ຫວຽດນາມ ໃນວິວັດການກະກຽມເຂົ້າເປັນສະມາຊິກ ອາຊຽນ ກ່ອນນີ້; ທ່ານເນັ້ນໜັກວ່າ, ອາຊຽນ ຕ້ອງໜູນຊ່ວຍ, ສ້າງເງື່ອນໄຂສະດວກ ແລະ ຫັນບັນດາຂັ້ນຕອນ, ລະບຽບການເຂົ້າເປັນສະມາຊິກ ອາຊຽນ ໃຫ້ແກ່ Timor Leste ເປັນງ່າຍດາຍກວ່າ.

        ກ່ຽວກັບສະພາບການພາກພື້ນ, ສາກົນ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ສະເໜີໃຫ້ບັນດາຄູ່ຮ່ວມມືສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ, ໃນນັ້ນ, ມີບັນຫາທະເລຕາເວັນອອກ, ພິເສດແມ່ນເນັ້ນໜັກເຖິງຄວາມສຳຄັນຂອງກົດໝາຍສາກົນ ແລະ UNCLOS 1982 ໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ຢືນຢັນຄວາມປາດຖະໜາຂອງ ຫວຽດນາມ ພ້ອມກັບບັນດາປະເທດຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ