ກະ​ກຽມ​ໃຫ້​ແກ່​ການ​ພົ​ບ​ປະ​​ສຸດຍອດ ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ

(VOVWORLD) -        ໃນເວລາ 13 ໂມງ ຂອງວັນທີ 16 ມິຖຸນາ (ຕາມເວລາທ້ອງຖິ່ນ) ຢູ່ເຊີແນວ, ປະເທດສະວິດ, ທ່ານປະທານາທິບໍດີ ອາເມລິກາ Joe Biden  ມີການພົບປະສຸດຍອດກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin  ເປັນຄັ້ງທຳອິດ.
ກະ​ກຽມ​ໃຫ້​ແກ່​ການ​ພົ​ບ​ປະ​​ສຸດຍອດ ລະ​ຫວ່າງ ລັດ​ເຊຍ - ອາ​ເມ​ລິ​ກາ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: AFP)

ເຖິງວ່າ ບໍ່ໄດ້ປະກາດກ່ຽວກັບບັນດາບັນຫາລະອຽດ ທີ່ໄດ້ເຕື້ອງເຖິງໃນການພົບປະກັບການນຳລັດເຊຍ ກໍຕາມ, ແຕ່ທ່ານປະທານາທິບໍດີ ອາເມລິກາ ກໍໄດ້ຍົກໃຫ້ເຫັນຮ່າງເນື້ອໃນຢ່າງຈະແຈ້ງກ່ຽວກັບສານຂອງຂອງທ່ານ, ພ້ອມທັງເນັ້ນໜັກວ່າ ຕ້ອງມີການພົບປະໂດຍກົງ ເພື່ອແນໃສ່ຊ່ວຍນຳສາຍພົວພັນລະຫວ່າງ ອາເມລິກາ - ລັດເຊຍ ເປັນປົກກະຕິ. ທ່ານປະທານາທິບໍດີ Joe Biden  ກໍໄດ້ໃຫ້ຮູ້ວ່າ ຈະສະແດງທັດສະນະຢ່າງຈະແຈ້ງ ທີ່ວ່າ ສອງຝ່າຍອາດຈະຮ່ວມມືໃນບາງຂົງເຂດ ຖ້າຫາກວ່າ ຄູ່ຕຳແໜ່ງລັດເຊຍ ກໍມີຄວາມປາດຖະໜາເຊັ່ນດຽວກັນ, ຫຼືກົງກັນຂ້າມ ອາເມລິກາ ຈະໂຕ້ຕອບ. ເຖິງຢ່າງໃດກໍຕາມ, ທ່ານ Joe Biden   ກໍສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ພ້ອມແລ້ວທີ່ຈະຍົກອອກສານຂອງຕົນຢ່າງກົງໄປກົງມາ.

ນອກຈາກນັ້ນ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden  ກໍຢັ້ງຢືນວ່າ ເປົ້າໝາຍບໍ່ແມ່ນວ່າ ຕ້ອງບັນລຸໄດ້ບາດກ້າວບຸກທະລຸທີ່ໜ້າປະທັບໃຈ ແລະ ກໍບໍ່ຕັ້ງຄວາມຫວັງກ່ຽວກັບສິ່ງທີ່ຄ້າຍຄືກັນ ໃນການພົບປະຄັ້ງນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ