ກະກຽມໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3

ກະກຽມໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 - ảnh 1

(vovworld) - ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ນິງບິນ ​ແລະ ຕວຽນ​ກວາງ​​ໃນ​ລະຫວ່າງ​ວັນ​ທີ 15 – 21/7/2012. ນີ້​ແມ່ນ 1 ​ໃນ​ບັນດາ​ເຫດ​ການ​ມີ​ຂອບ​ຂະໜາດ​ໃຫຍ່​ໃນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ 2012, ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (5/9/1962 – 5/9/2012) ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ (18/7/1977 – 18/7/2012).

ທີ່​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 12/7, ທ່ານ Nguyen Huy Quang, ຮອງ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລາວ, ອະດີດ​ເອກ​ອັກຄະ​ລັດຖະທູດ ສສ ຫວຽດນາມ ປະຈຳ​ ລາວ ​ໃຫ້​ຮູ້​ວ່າ, ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3 ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ການ​ນຳ 2 ປະ​ເທດ​ຖື​ເປັນ​ສຳຄັນ, ​ເພື່ອ​ແນ​ໃສ່​ສຶກສາ​ອົບຮົມລຸ້ນໜຸ່ມ 2 ປະ​ເທດ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ. ຄະນະ​ຜູ້​ແທນ​ປະຊາຊົນ​ຂອງແຕ່ລະ​ປະ​ເທດ​ຈະ​ມີ​ຜູ້​ແທນ 50 ຄົນ​ເຊິ່ງ​ແມ່ນ​ສັນຍາ​ລັກໃຫ້​ແກ່ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ລາວ, ພິ​ເສດ​ຈະ​ມີ​ຊາວ​ລາວ 14 ຄົນ ​ເຊິ່ງ​ເຄີຍ​ເປັນ​ຜູ້​ສະໜັບ​ສະ​ໜູນ, ອຸ້ມສູ່​ຊ່ວຍ​ເຫຼືອ ບັນດາ​ນັກ​ຊ່ຽວຊານ​ອາສາ​ສະໝັກ​ຫວຽດນາມ ​ເມື່ອ​ເຄື່ອນ​ໄຫວ​​ໃນ​ປະ​ເທດ​ລາວ. ນີ້​ແມ່ນ​ຈຸດ​​ໃໝ່​​ເມື່ອ​ທຽບ​ໃສ່​ງານ​ມະ​ໂຫລານ​ຊຸດ​ກ່ອນ. ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ງານ​ມະ​ໂຫລານ​ມິດຕະພາບ​ຫວຽດນາມ - ລາວ ປີ 2012, ທ່ານ Nguyen Huy Quang ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ຮູບ​ແບບ​ການ​ພົວພັນ​ແລກປ່ຽນ​ມິດຕະພາບ​ປະຊາຊົນ​ທີ່​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ທີ່​ມີ​ຕໍ່​ການ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ​້ານລະຫວ່າງ 2 ປະ​ເທດ. ຖ້າ​ຫາກ​ພວກ​ເຮົາຈັດ​ຕັ້ງ​ງານ​ມະ​ໂຫລານ​ນີ້​ເປັນ​ຢ່າງ​ດີ ມັນ​ຈະ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຕັ້ງໜ້າ​ເຖິງ​ວຽກ​ງານ​ສຶກສາ, ບຳລຸງ​ສ້າງ​ລຸ້ນໜຸ່ມ 2 ປະ​ເທດ, ນັບທັງ​ດ້ານ​ການ​ເມືອງ ກໍ​ຄື​ນ້ຳ​ໃຈ, ຊ່ວຍ​​ໃຫ້​ປະຊາຊົນ 2 ປະ​ເທດ​ສະໜິດ​ຕິດ​ພັນ​ກັນ​ກ່ວາ ​ແລະ​ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ປະຫວັດຄວາມ​ເປັນ​ມາຂອງ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ​ສຳພັນ​ທະ​ມິດສູ້​ຮົບ​ຫວຽດນາມ - ລາວ”

ຂ່າວ/ບົດ​ອື່ນ