ກະກຽມໄຂວາລະປະຊຸມ ຄະນະປະຈຳສະພາ ແຫ່ງຊາດຄັ້ງທີ 20

ກະກຽມໄຂວາລະປະຊຸມ ຄະນະປະຈຳສະພາ ແຫ່ງຊາດຄັ້ງທີ 20  - ảnh 1
(ພາບ:
nguyentandung.org)

(Vovworld)-ວາລະປະຊຸມຄະນະປະຈຳສະພາແຫ່ງຊາດຈະດຳເນີນໄປແຕ່ວັນທີ 12-22/8. ຄາດວ່າ, ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນ​ໃສ່ຮ່າງ​ກົດໝາຍ 6 ສະບັບ, ຊື່​ງລວມມີ: ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າອອກ​ເມືອງ, ການ​ຢູ່​ອາ​ໄສ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຄົມມະນາຄົມ​ທາງນ້ຳພາຍ​ໃນ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພາສີ (ສະບັບ​ປັບປຸງ). ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍທະບຽນ​ສານ. ຄະນະປະຈຳ ສະພາແຫ່ງຊາດກໍ່​ຈະ​ໃຫ້​ຄຳ​ເຫັນ​ເຂົ້າ​ໃນ​ບັນດາ​ມະຕິ​ຕົກລົງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດກາ​ຊີ​ໂນ, ຮ່າງ​ນິຕິບັນຍັດ​ກ່ຽວ​ກັບ​ຕຳຫຼວດ​ເຄື່ອນທີ່....​ທີ່​ວາລະ​ປະຊຸມ​ຄັ້ງທີ 20, ຄະນະປະຈຳສະພາແຫ່ງຊາດຈະ​ໃຫ້​ຄຳ​ເຫັນ​ເຂົ້າ​ໃນ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ປະຕິບັດ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ.

ຂ່າວ/ບົດ​ອື່ນ