ກະຊວງກະສິກຳ ສະເໜີການເປີດຕົວສະຖານທີ່ໜູນຊ່ວຍການຈຳໜ່າຍຜະລິດຕະພັນກະເສດປອດສານພິດໃນໄລຍະເກີດໂລກລະບາດໂຄວິດ-19

(VOVWORLD) -ນີ້ແມ່ນ 1 ໃນຈຳນວນ 5 ສະຖານທີ່ໜູນຊ່ວຍການຈຳໜ່າຍຜະລິດຕະພັນກະເສດຕາມຮູບແບບລະຫວ່າງກະຊວງກະສິກຳ ກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ
ກະຊວງກະສິກຳ ສະເໜີການເປີດຕົວສະຖານທີ່ໜູນຊ່ວຍການຈຳໜ່າຍຜະລິດຕະພັນກະເສດປອດສານພິດໃນໄລຍະເກີດໂລກລະບາດໂຄວິດ-19 - ảnh 1(ສະຖານທີ່ໜູນຊ່ວຍການຈຳໜ່າຍຜະລິດຕະພັນກະເສດປອດສານພິດ)

ຕອນບ່າຍວັນທີ 07 ມິຖຸນາ, ຢູ່ສູນສົ່ງເສີມການຄ້າກະສິກຳຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດພິທີເປີດຕົວສະຖານທີ່ໜູນຊ່ວຍການຈຳໜ່າຍຜະລິດຕະພັນກະເສດປອດສານພິດໃນໄລຍະເກີດໂລກລະບາດໂຄວິດ-19. ນີ້ແມ່ນ 1 ໃນຈຳນວນ 5 ສະຖານທີ່ໜູນຊ່ວຍການຈຳໜ່າຍຜະລິດຕະພັນກະເສດຕາມຮູບແບບລະຫວ່າງກະຊວງກະສິກຳ ກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຊຶ່ງໄດ້ມີຄຳໝັ້ນສັນຍາຈະປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນ, ຂໍ້ກຳນົດ, ຈາກຂອດເກັບກູໝາກໄມ້, ຫຸ້ມຫໍ່, ເກັບຮັກສາ, ມີຂໍ້ມູນກ່ຽວກັບຕົ້ນກຳເນີດຢ່າງຈະແຈ້ງ… ພ້ອມທັງມີໃບຢັ້ງຢືນຄວາມປອດໄພຕໍ່ໂລກລະບາດໂຄວິດ-19. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເລມິງຮວານ, ຢືນຢັນວ່າ:

“ດ້ວຍຮູບແບບການເປີດຕົວໃນມື້ນີ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຈະສົມທົບກັບບັນດາອົງການຈັດຕັ້ງການເມືອງ, ສັງຄົມ ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດ ແລະ ສ້າງຮູບພາບຂອງຜະລິດຕະພັນກະເສດຫວຽດນາມ. ວຽກງານນີ້ບໍ່ພຽງແຕ່ແມ່ນໃນໄລຍະສັ້ນໆເທົ່ານັ້ນ ຫາກໃນໄລຍະຈະມາເຖິງນີ້ ຈະກາຍເປັນເປົ້າໝາຍຂອງຂະແໜງກະສິກຳນັ້ນແມ່ນ ທັງເພີ່ມມູນຄ່າການສົ່ງອອກ, ທັງເອົາໃຈໃສ່ເຖິງຕະຫຼາດພາຍໃນປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ