ກະຊວງກະສິກຳອາເມລິກາ ຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ຢືນອັນດັບທີ 2 ໃນໂລກກ່ຽວກັບການສົ່ງອອກເຂົ້າສານ

(VOVWORLD) -ກະຊວງກະສິກຳອາເມລິກາ ຫາກໍ່ຍົກອອກການຄາດຄະເນວ່າ, ຫວຽດນາມ ຈະສືບຕໍ່ຢືນອັນດັບທີ 2 ໃນໂລກກ່ຽວກັບການສົ່ງອອກເຂົ້າສານໃນປີ 2021.
ກະຊວງກະສິກຳອາເມລິກາ ຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ຢືນອັນດັບທີ 2 ໃນໂລກກ່ຽວກັບການສົ່ງອອກເຂົ້າສານ - ảnh 1(ພາບປະກອບ: TTXVN)

ຕາມອົງການດັ່ງກ່າວແລ້ວ, ຄວາມຕ້ອງການບໍລິໂພກ ແລະ ສະສົມທັນຍາຫານໃນໂລກໃນປີ 2021 ຍັງຢູ່ໃນລະດັບສູງຢູ່. ສະນັ້ນ, ຄາດຄະເນວ່າ, ອິນເດຍ ສືບຕໍ່ແມ່ນນັກຜະລິດເຂົ້າສານໃຫຍ່ທີໜຶ່ງໃນໂລກ; ຫວຽດນາມ ຍັງຢືນອັນດັບທີ 2 ດ້ວຍປະລິມານ 6,4 ລ້ານໂຕນ; ຢືນອັນດັບທີ 3 ແມ່ນ ໄທ.

        ກະຊວງກະສິກຳອາເມລິກາ ໃຫ້ຂໍ້ສັງເກດ່າ, ຈີນ ຍັງແມ່ນປະເທດນຳເຂົ້າ ເຂົ້າສານຫຼາຍທີ່ສຸດໃນປີນີ້ ດ້ວຍປະລິມານ 2,9 ລ້ານໂຕນ, ຖັດຈາກນັ້ນແມ່ນສະຫະພາບເອີລົບ ແລະ ຟີລິບປິນ. ນີ້ລ້ວນແຕ່ແມ່ນບັນດາຕະຫຼາດສົ່ງອອກເຂົ້າສານຕົ້ນຕໍຂອງຫວຽດນາມ.

        ໃນໄລຍະ 4 ເດືອນຕົ້ນປີ 2021, ຫວຽດນາມ ໄດ້ສົ່ງອອກເຂົ້າສານ 1,89 ລ້ານໂຕນ. ລາຄາເຂົ້າສານທີ່ສົ່ງອອກສືບຕໍ່ຢູ່ໃນລະດັບສູງ, ບັນລຸສະເລ່ຍ 534 USD/ໂຕນ.

ຕອບກັບ

ຂ່າວ/ບົດ​ອື່ນ