ກະຊວງການຄ້າອາເມລິກາ ປະກາດອັດຕາພາສີ ສຳລັບປາຈາແຊເຢັນ ທີ່ນຳເຂົ້າຈາກຫວຽດນາມ

ກະຊວງການຄ້າອາເມລິກາ ປະກາດອັດຕາພາສີ ສຳລັບປາຈາແຊເຢັນ ທີ່ນຳເຂົ້າຈາກຫວຽດນາມ - ảnh 1
ບໍລິສັດ ວິ້ງ​ຮ່ວານ​ຊົ​ມໃຊ້ ອັດຕາ​ພາສີ 0% ເມື່ອສົ່ງອອກໄປອາເມລິກາ
(ພາບ: internet)

Vovworld- ວັນ​ທີ 8 ມີນາ, ຕາມ​ເວລາ​ທ້ອງ​ຖິ່ນ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ປະກາດ​ຂໍ້​ຕົກລົງ​ສຸດ​ທ້າຍ​ກ່ຽວ​ກັບ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ຄັ້ງ​ທີ່ 7 ສຳລັບ​ປາຈາ​ແຊ​ເຢັນ​ທີ່​ນຳ​ເຂົ້າ​ຈາກ​ຫວຽດນາມ. ຕາມ​ນັ້ນ​ແລ້ວ, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ໄດ້​ຕົກລົງ​ນຳ​ໃຊ້ອັດຕາ​ພາສີຢ່າງ​ຕ່ຳ​ແມ່ນ 0% ສຳລັບ​ບໍລິສັດ ວິ້ງ​ຮ່ວານ ​ແລະ 0,03 USD ຕໍ່​ກິ​ໂລກາມສຳລັບ 12 ບໍລິສັດ​ຊຶ່ງ​ແມ່ນ​ຝ່າຍ​ຈຳ​ເລີຍ​ທີ່​ຍັງ​ເຫຼືອ. ນີ້​ແມ່ນ​ຂ່າວ​ດີ​ຂ່າວ​ມ່ວນທີ່​ມີ​ຕໍ່​ບັນດາວິ​ສາ​ຫະກິດສົ່ງ​ອອກ​ປາຈາ ​ແລະ ປາ​ບາ​ຊາ​ຂອງ​ຫວຽດນາມ ທັງ​ແມ່ນ​ຂໍ້​ຕົງ​ລົງ​ຢ່າງ​ກະທັນຫັນ​ຂອງ ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຍ້ອນ​ວ່າ ຕາມ​ຂໍ້​ຕົກລົງ​ຊົ່ວຄາວ​ໂດຍ ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາຍົກ​ອອກ​ມາ​ເມື່ອ​ວັນ​ທີ 9 ກັນຍາ​ປີ 2011​ແລ້ວ, ​ເວັ້ນ​ເສຍ​ແຕ່​ບໍລິສັດ ວິ້ງ​ຮ່ວານສືບ​ຕໍ່​ຊົ​ມໃຊ້ ອັດຕາ​ພາສີ 0%​ເທົ່າ​ນັ້ນ, ສ່ວນ ອັດຕາ​ພາສີ​ທີ່​ນຳ​ໃຊ້​ແບບ​ບັງຄັບ​ສຳລັບ​ບັນດາ​ຈຳ​ເລີຍ​ອື່ນ​ນັ້ນ, ກໍ​ລ້ວນ​ແຕ່​ເພີ່ມ​ຂຶ້ນ​ເຖິງ 28​ເທົາ​ຄື​ຈາກ 2 cenrt/kgຂຶ້ນ​ເປັນ 56 cent/kg. ບັນລຸ​ໄດ້​ໝາກຜົນ​ຄື​ດັ່ງກ່າວ, ​ແມ່ນຍ້ອນ​ມີ​ການ​ຂົນຂວາຍ​ຢ່າງ​ແຂງ​ແຮງຂອງ​ບັນດາ​ອົງການ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ຂອງ​ຫວຽດນາມ​ຊຶ່ງ​ໄດ້​ກະທົບ​ໂດຍ​ກົງ​ເຖິງ​ວົງ​ການ​ນັກ​ການ​ເມືອງ​ອາເມ​ລິ​ກາ.

 

 

 

ຂ່າວ/ບົດ​ອື່ນ