ກະ​ຊວງ​ການ​ຕ່າງ​ປະ​ເທດ ພົບ​ປະ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເພດ​ຍິງ ແລະ ພັນ​ລະ​ຍາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ປະຈຳ ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດງານພົບປະສັງສັນ ກັບເອກອັກຄະລັດຖະທູດເພດຍິງ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ, ພັນລະຍາເອກອັກຄະລັດຖະທູດ ແລະ ພັນລະຍາການນຳກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນແມ່ຍິງສາກົນ ວັນທີ 8 ມີນາ.
ກະ​ຊວງ​ການ​ຕ່າງ​ປະ​ເທດ ພົບ​ປະ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເພດ​ຍິງ ແລະ ພັນ​ລະ​ຍາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ປະຈຳ ຫວຽດ​ນາມ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ຖ່າຍຮູບກັບເອກອັກຄະລັດຖະທູດຍິງ ໃນງານພົບປະ (ພາບ: qdnd.vn)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ງານພົບປະສັງສັນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໄດ້ສົ່ງຄຳອວຍພອນມາຍັງ ເອກອັກຄະລັດຖະທູດເພດຍິງ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ, ພັນລະຍາເອກອັກຄະລັດຖະທູດ ແລະ ພັນລະຍາການນຳກະຊວງການຕ່າງປະເທດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນກວັກຢຸງ ກໍຕີລາຄາສູງບັນດາການປະກອບສ່ວນຂອງເອກອັກຄະລັດຖະທູດຍິງ ແລະ ພັນລະຍາ ເຂົ້າໃນການເຄື່ອນໄຫວທາງການທູດ. ທ່ານໃຫ້ຮູ້ວ່າ  ການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ແມ່ນບຸລິມະສິດສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ, ເພື່ອການພັດທະນາແບບກວມລວມ ແລະ ຍືນຍົງ. ນີ້ກໍແມ່ນເສົາຄ້ຳສຳຄັນຂອງຂະແໜງການຕ່າງປະເທດຫວຽດນາມ. ໃນການເຄື່ອນໄຫວທາງການທູດ, ພະນັກງານເພດຍິງຂອງກະຊວງການຕ່າງປະເທດ ຫວຽດນາມ ນັບມື້ນັບສະແດງໃຫ້ເຫັນບົດບາດ ແລະ ມີບັນດາການປະກອບສ່ວນຢ່າງກະໂດດຂັ້ນ ແລະ ຕັ້ງໜ້າ ເຂົ້າໃນພາລະກຳ ເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.


ຕອບກັບ

ຂ່າວ/ບົດ​ອື່ນ