ກະຊວງການຕ່າງປະເທດ ມອບໃບຍ້ອງຍໍວົງຕະກຸນ Dang ຢູ່ເມືອງເກາະ ຫຼີເຊີນ

ກະຊວງການຕ່າງປະເທດ ມອບໃບຍ້ອງຍໍວົງຕະກຸນ Dang ຢູ່ເມືອງເກາະ ຫຼີເຊີນ - ảnh 1
ພິທີມອບໃບຍ້ອງຍໍວົງຕະກຸນ Dang ຢູ່ເມືອງເກາະ ຫຼີເຊີນ
(ພາບ: dantri.com.vn)

(vovworld) -  ວັນ​ທີ 5/4, ຢູ່​ຫໍ​ບູຊາ​ວົງ​ຕະກຸນ Dang ​ໃນ​ບ້ານ ດົ່ງ​ໂຮ້, ຕາ​ແສງ ອານ​ຫວິ​ງ, ​ເມືອງ​ເກາະ ຫຼີ​ເຊີນ, ​ແຂ​ວງ ກວາງ​ຫງາຍ, ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ - ກະຊວງ​ການ​ຕ່າງປະ​ເທດ ສົມທົບ​ກັບ​ພະ​ແນ​ກວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ກວາງ​ຫງາຍ​ ໄດ້ມອບ​ໃບ​ຍ້ອງຍໍວົງຕະກຸນ Dang ​ຢູ່​ເມືອງ​ເກາະ ຫຼີ​ເຊີນ ຍ້ອນ​ມີ​ຄຸນງາມຄວາມດີ ​ໃນ​ການ​ສະໜອງ​ເອກະສານ​ລ້ຳ​ຄ່າ ທີ່​ກ່ຽວຂ້ອງ​ເຖິງ​ອະ​ທິປະ​ໄຕ ຢູ່ 2 ​ໝູ່​ເກາະ Hoang Sa  ​ແລະ Truong Sa ຂອງ​ຫວຽດນາມ. ທ່ານ Nguyen Dang Vu, ຫົວໜ້າ​ພະ​ແນ​ກວັດທະນະທຳ - ກິລາ - ທ່ອງ​ທ່ຽວ ​ແຂວງ​ກວາງຫງາຍ​ໃຫ້​ຮູ້​ວ່າ:

“ນີ້​ແມ່ນ​ໂອກາດ ​ເພື່ອ​ເຊີດ​ຊູ​ບັນດາ​ວົງ​ຕະກຸນ​ໃນ​ເກາະ​ຫຼີ​ເຊີນ ທີ່​ຕິດ​ພັນ​ກັບ​ການ​ປະຕິບັດ​ອະທິປະ​​ໄຕ​ຜືນ​ແຜ່ນດິນ ​ຢູ່ເຂດ​ທະ​ເລ​ຕາ​ເວັນ​ອອກ ​ໃນ​ຫຼາຍ​ສະຕະວັດ​ກ່ອນ. ຂ້າພະ​ເຈົ້າ​ຄິດ​ວ່າ: ນີ້​ກໍ​ແມ່ນ​ໂອກາດ ​ເພື່ອ​ສົ່ງ​ເສີມ​ບັນດາ​ວົງ​ຕະກຸນ​ອື່ນໆ ບໍ່​ພຽງ​ແຕ່​ຢູ່ ຫຼີ​ເຊີນ ​ແລະ ​ໃນ​ແຂວງ​ກວາງ​ຫງາຍ ກໍ​ຄື​ບັນດາ​ທ້ອງ​ຖິ່ນ​ອື່ນ ​​ເມື່ອເຂົາ​ເຈົ້າ​ມີ​ບັນດາ​ເອກະສາ​ນລ້ຳ​ຄ່າ​ຂອງ​ບັນດາ​ສະ​ໄໝ​ລາດ​ຊະ​ວົງ​ກ່ອນ ທີ່​ມອບ​ໃຫ້​ປະ​ເທດ​ເພື່ອ​ຢັ້ງຢືນ ອະທິປະ​​ໄຕ​ຜືນ​ແຜ່ນດິນ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ຫຼາຍ​ສະຕະວັດ​ກ່ອນ”

ຂ່າວ/ບົດ​ອື່ນ