ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ.ເກົາຫຼີ ປະ​ຕິ​ເສດ​ຂໍ້​ສະ​ເໜີ​ດຳ​ເນີນ​ການ​ເຈ​ລະ​ຈາ ກັບ ອາ​ເມ​ລິ​ກາ

(VOVWORLD) -        ວັນທີ 23 ມິຖຸນາ, ທ່ານ Ri Son – gwon ລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ປະຕິເສດຂໍ້ສະເໜີ ຂອງ ອາເມລິກາ ເພື່ອເຊື່ອມຕໍ່ການເຈລະຈານິວເຄຼຍ, ໂດຍໃຫ້ຮູ້ວ່າ ພຽງຢາງ ຍັງບໍ່ທັນຊັ່ງຊາເຖິງກໍລະນີຈະຕິດຕໍ່ພົວພັນກັບ ວໍຊິງຕັນ.
ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ.ເກົາຫຼີ ປະ​ຕິ​ເສດ​ຂໍ້​ສະ​ເໜີ​ດຳ​ເນີນ​ການ​ເຈ​ລະ​ຈາ ກັບ ອາ​ເມ​ລິ​ກາ - ảnh 1ທ່ານ Ri Son – gwon ລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ (ພາບ: TTXVN)

ແຈ້ງການດັ່ງກ່າວໄດ້ຍົກອອກມາພາຍຫຼັງໜຶ່ງວັນ ທີ່ທ່ານນາງ Kim Yo – jong - ເຈົ້າໜ້າທີ່ຂັ້ນສູງຂອງພັກແຮງງານ ສປປ.ເກົາຫຼີ ແລະ ແມ່ນນ້ອງສາວຂອງການນຳ Kim Jong – un ໄດ້ຄັດຄ້ານກໍລະນີ ພຽງຢາງ ຈະເຊື່ອມຕໍ່ບັນດາການເຈລະຈາກັບ ວິຊິງຕັນ ໃນໄວໆນີ້.  ທ່ານ Ri Son – gwon ຊີ້ແຈ້ງວ່າ ກະຊວງການຕ່າງປະເທດ ສປປ.ເກົາຫຼີ ຊົມເຊີຍຕໍ່ແຈ້ງການກ່ອນໜ້ານັ້ນຂອງທ່ານນາງ Kim Yo – jong ເພື່ອໃຫ້ ອາເມລິກາ ຢຸດຕິການຕີລາຄາ, ຄາດເດົາ ຫຼືວ່າ ຟ້າວຕັ້ງຄວາມຫວັງ. ຊ້ຳບໍ່ໜຳ, ສປປ.ເກົາຫຼີ ຈະບໍ່ຊັ່ງຊາບໍ່ວ່າການຕິດຕໍ່ໃດໆຂອງ ອາເມລິກາ ເພາະວ່າ ແຕ່ສິ່ງດັ່ງກ່າວນັ້ນ ກໍຈະບໍ່ສາມາດຊ່ວຍຫຍັງໄດ້.


ຕອບກັບ

ຂ່າວ/ບົດ​ອື່ນ