ກະຊວງການຕ່າງປະເທດ ຫວຽດນາມ ກ່າວເຕືອນພົນລະເມືອງກ່ຽວກັບໂລກລະບາດ Covid-19 ຢູ່ ສ.ເກົາຫຼີ

(VOVWORLD) - ຕອນເຊົ້າວັນທີ 22 ກຸມພາ, ອົງການສາທາລະນະສຸກ ສ.ເກົາຫຼີ ປະກາດວ່າ ມີຜູ້ຕິດເຊື້ອພະຍາດອັກເສບປອດ (Covid-19) ຢູ່ປະເທດນີ້ ຕື່ມອີກ 142 ຄົນ, ຍົກຈຳນວນຄົນຕິດເຊື້ອຢູ່ປະເທດນີ້ຂຶ້ນເປັນ 346 ຄົນ.


        ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຍອມຮັບວ່າ ບັນດາການຜັນແປຂອງໂລກລະບາດ Covid-19 ຢູ່ປະເທດນີ້ ໄດ້ກ້າວເຂົ້າໄລຍະ “ຮ້າຍແຮງທີ່ສຸດ”. ທ່ານຢັ້ງຢືນວ່າ ລັດຖະບານຈະມານະພະຍາຍາມ ເພື່ອຮັບປະກັນບໍ່ປະໃຫ້ມີຊ່ອງວ່າງໃນວຽກງານກວດເຊື້ອພະຍາດ ແລະ ຈະຫລຸດຜ່ອນລະດັບຜົນສະທ້ອນຈາກໂລກລະບາດທີ່ມີຕໍ່ພື້ນຖານເສດຖະກິດໃຫ້ຢູ່ໃນລະດັບຕ່ຳລົງ.

ກະຊວງການຕ່າງປະເທດ ຫວຽດນາມ ກ່າວເຕືອນພົນລະເມືອງກ່ຽວກັບໂລກລະບາດ Covid-19 ຢູ່ ສ.ເກົາຫຼີ - ảnh 1 ກະຊວງການຕ່າງປະເທດ ຫວຽດນາມ ກ່າວເຕືອນພົນລະເມືອງກ່ຽວກັບໂລກລະບາດ Covid-19 ຢູ່ ສ.ເກົາຫຼີ (ພາບ: TTXVN)

        ຕໍ່ໜ້າການຜັນແປສັບສົນຂອງໂລກລະບາດ Covid-19, ວັນທີ 21 ກຸມພາ, ກົມກົງສຸນ - ກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ອອກແຈ້ງການໂດຍໃສ່ໃຈວ່າ ພົນລະເມືອງ ຫວຽດນາມ ບໍ່ຄວນໄປບ່ອນທີ່ພວມມີເຊື້ອພະຍາດ ແລະ ມີຄວາມສ່ຽງຖືກຜົນສະທ້ອນຈາກເຊື້ອພະຍາດ ເຊິ່ງອົງການເຈົ້າໜ້າທີ່ ສ.ເກົາຫຼີ ໄດ້ກ່າວເຕືອນ.

ກະຊວງການຕ່າງປະເທດ ຫວຽດນາມ ກ່າວເຕືອນພົນລະເມືອງກ່ຽວກັບໂລກລະບາດ Covid-19 ຢູ່ ສ.ເກົາຫຼີ - ảnh 2ພາບປະກອບ / THX/TTXVN

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 21 ກຸມພາ, ຢູ່ນະຄອນ ໂຮ່ຈີມິນ, ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໄດ້ມອບຢາຊີວະພາບຄັ້ງທຳອິດທີ່ມີມູນຄ່າ 1 ລ້ານເຢັນ ໃຫ້ສະຖາບັນ Pasteur ນະຄອນ ໂຮ່ຈີມິນ ເຊິ່ງນອນໃນບ້ວງເງິນອຸປະຖຳຢາຊີວະພາບທີ່ມີມູນຄ່າ 4 ລ້ານເຢັນ ໂດຍ JICA ໜູນຊ່ວຍສະຖາບັນ Pasteurs,  ເພື່ອຮັບມືກັບໂລກລະບາດອັກເສບປອດເກີດຈາກໄວຣັດໂຄໂຣນາສາຍພັນໃໝ່ (Covid-19) ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ