ກະຊວງການຕ່າງປະເທດ ຫວຽດນາມ ພົບປະກັບບັນດາອົງການຜູ້ຕາງໜ້າ ແລະ ສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ

(VOVWORLD) - ປີນີ້, ສືບຕໍ່ແມ່ນປີທີ່ຟົດຟື້ນຂອງການພົວພັນຕ່າງປະເທດຂອງ ຫວຽດນາມ, ແມ່ນປີບານພັບ ເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍບັນດາເປົ້າໝາຍພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ
ກະຊວງການຕ່າງປະເທດ ຫວຽດນາມ ພົບປະກັບບັນດາອົງການຜູ້ຕາງໜ້າ ແລະ ສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ - ảnh 1ທ່ານນາງຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຖ່າຍຮູບທີ່ລະນຶກ ກັບບັນດາຜູ້ແທນເຂົ້າຮ່ວມການພົບປະ
(ພາບ: ກະຊວງການຕ່າງປະເທດ)

ວັນທີ 29 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ເປັນປະທານການພົບປະສັງສັນປະຈຳປີຂອງກະຊວງການຕ່າງປະເທດ ຫວຽດນາມ ກັບບັນດາອົງການຜູ້ຕາງໜ້າຕ່າງປະເທດ ແລະ ບັນດາສຳນັກຂ່າວສານ, ສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ຕີລາຄາວ່າ: ປີນີ້, ສືບຕໍ່ແມ່ນປີທີ່ຟົດຟື້ນຂອງການພົວພັນຕ່າງປະເທດຂອງ ຫວຽດນາມ, ແມ່ນປີບານພັບ ເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍບັນດາເປົ້າໝາຍພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມືທີ່ສຸດຈິດສຸດໃຈ, ຕັ້ງໜ້າຂອງບັນດາອົງການຜູ້ຕາງໜ້າຕ່າງປະເທດ ແລະ ບັນດາອົງການສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ໃນໄລຍະຈະມາເຖິງ. ໂດຍຖືເອົາຮູບພາບໂຕມັງກອນ, ສັນຍາລັກຂອງປີມະໂລງ ທີ່ໃກ້ຈະມາເຖິງ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ແລະ ບັນດາຜູ້ແທນເຂົ້າຮ່ວມ ໄດ້ສົ່ງຄຳອວຍພອນອັນປະເສີດໃຫ້ກັນ ແລະ ປາດຖະໜາໃຫ້ປີ 2024 ເຕັມໄປດ້ວຍພະລັງທີ່ຕັ້ງໜ້າ, ສັນຕິພາບ, ການພັດທະນາວັດທະນາຖາວອນສຳລັບແຕ່ລະປະເທດ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ