ກະຊວງການຕ່າງປະເທດຈັດການຖະແຫລງຂ່າວ

(VOVWORLD) -ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ ຮຽກຮ້ອງ ໃຫ້ບັນດາຝ່າຍຄວນອົດກັ້ນ, ດຳເນີນການເຈລະຈາບົນພື້ນຖານສັນຕິພາບ, ເຄົາລົບເຊິ່ງກັນແລະກັນ.

ທີ່ການຖະແຫລງຂ່າວຂອງກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 3 ມີນາ, ເມື່ອຕອບຄຳຖາມຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ກ່ຽວກັບສະພາບການສັບສົນຢູ່ ຢູແກຼນ ປະຈຸບັນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ ຮຽກຮ້ອງ ໃຫ້ບັນດາຝ່າຍຄວນອົດກັ້ນ, ດຳເນີນການເຈລະຈາບົນພື້ນຖານສັນຕິພາບ, ເຄົາລົບເຊິ່ງກັນແລະກັນ

“ຫວຽດນາມ ສະຫນັບສະຫນູນການແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານເຄົາລົບບັນດາຫລັກການພື້ນຖານຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ, ພິເສດ ແມ່ນບັນດາຫລັກການເຄົາລົບເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ ບໍ່ແຊກແຊງເຂົ້າວຽກງານພາຍໃນ ບໍ່ນຳໃຊ້ ຫລື ນາບຂູ່ນຳໃຊ້ກຳລັງອາວຸດໃນການພົວພັນສາກົນ. ຫວຽດນາມມີຄວາມວິຕົກກັງວົນຕໍ່ສະພາບການປະທະກັນຢູ່ ຢູແກຼນ. ຫວຽດນາມຮຽກຮ້ອງໃຫ້ທຸກຝ່າຍຄວນອົດກັ້ນ ຢຸດຕິທຸກການກະທຳນຳໃຊ້ອາວຸດ ຫລີກລ້ຽງສະພາບການເສຍຊີວິດ ແລະຮັບບາດເຈັບຂອງສາມັນຊົນ. ຫວຽດນາມຊົມເຊີຍການເຈລະຈາທີ່ດຳເນີນລະຫວ່າງຄະນະຜູ້ແທນສອງຝ່າຍ ແລະປາດຖະຫນາຢາກບັນດາຝ່າຍຊອກຫາໄດ້ມາດຕະການສັນຕິໂດຍໄວ ແລະ ຍາວນານ ບົນພື້ນຖານສອດຄ່ອງກັບກົດໝາຍສາກົນ ແລະ ຄຳນວນເຖິງສິດຜົນປະໂຫຍດຂອງບັນດາຝ່າຍກ່ຽວຂ້ອງ”

ກະຊວງການຕ່າງປະເທດຈັດການຖະແຫລງຂ່າວ - ảnh 1ຊາວ ຫວຽດນາມ ອາໄສ ຢູ່ Kiev ໄດ້ຍົກຍ້າຍໄປຢູ່ບ່ອນທີ່ປອດໄພແລ້ວ (ພາບ: VOV)

ທ່ານນາງ ເລທິທູຮັ່ງ  ກໍ່ຍົກໃຫ້ເຫັນຄຳສະເຫນີຂອງ ຫວຽດນາມ ຕໍ່ປະຊາຄົມສາກົນ ສືບຕໍ່ສ້າງເງື່ອນໄຂເພື່ອຊຸກຍູ້ການຫນູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນ, ຮັບປະກັນຄວາມສະຫງົບປອດໄພ, ສ້າງເງື່ອນໄຂສະດວກເພື່ອຍົກຍ້າຍຊາວຕ່າງປະເທດພວມດຳລົງຊີວິດຢູ່ ຢູແກຼນ,ໃນນັ້ນ ມີຊາວຫວຽດນາມ ໄປເຖິງເຂດປອດໄພເມື່ອມີຄວາມຈຳເປັນ.

 

 

 

 

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ