ກະຊວງການຕ່າງປະເທດຊາບຊືມມະຕິ ສູນກາງພັກຄັ້ງທີ 4 ຊຸດທີ 11

ກະຊວງການຕ່າງປະເທດຊາບຊືມມະຕິ ສູນກາງພັກຄັ້ງທີ 4 ຊຸດທີ 11 - ảnh 1

(ພາບປະກອບ:dangcongsan.vn)

(BNG)- ​ແຕ່​ວັນ​ທີ 22-24/9, ຄະນະ​ກຳມະການອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ  ​ໄດ້​ຈັດກອງປະຊຸມ​ສຳ​ຫຼວດກວດກາ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍຕາມ​ເນື້ອ​ໃນ​ຈິດ​ໃຈມະຕິ​ສູນ​ກາງພັກ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“. ທີ່​ກອງ​ປະຊຸມ, ຄະນະ​ກຳມະການອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ກຳມະການ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດກວດກາ​ຢ່າງ​ເຂັ້ມງວດ​ດ້ວຍ​ຈິດ​ໃຈກົງ​ໄປ​ກົງ​ມາ, ສຸມ​ໃສ່​ເຮັດ​ແຈ້ງ​ບັນດາ​ຂໍ້​ຈຳກັດ, ຄວາມ​ຮັບຜິດຊອບ​ຂອງ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ກ່ຽວ​ກັບ 3 ບັນຫາ​ຮີບ​ດ່ວນ​ຊື່​ງມະຕິ​ສູນ​ກາງພັກ​ຄັ້ງທີ 4 ​ໄດ້​ຊີ້​ແຈ້ງ​ຄື: ສະກັດ​ກັ້ນ, ຍູ້​ສະພາບ​ການ​​ເສື່ອ​ມໂຊມ​ດ້ານ​ແນວ​ຄິດ, ການ​ເມືອງ, ຄຸນ​ສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ພາກສ່ວນ​ໜື່ງ​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​​ແມ່ນພະນັກງານ​ການ​ນຳ, ນັກ​ຄຸ້ມ​ຄອງ​ຂັ້ນຕ່າງໆ​ໃຫ້​ຖອຍ​ໄປ; ສ້າງ​ຖັນ​ແຖວ​ພະນັກງານ​ການ​ນຳ, ນັກ​ຄຸ້ມ​ຄອງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂັ້ນສູນກາງ, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ.

ຂ່າວ/ບົດ​ອື່ນ