ກະຊວງການຕ່າງປະເທດດຳເນີນຂອງປະຊຸມສະຫລຸບວຽກງານປີ2016

ກະຊວງການຕ່າງປະເທດດຳເນີນຂອງປະຊຸມສະຫລຸບວຽກງານປີ2016 - ảnh 1

ກອງ​ປະ​ຊຸມ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ

(vovworld) – ວັນ​ທີ 17/1, ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ ວຽກ​ງານ ແລະ ກອ​ງ​ປະ​ຊຸມ​ພະ​ນັກ​ງານ, ລັດ​ຖະ​ກອນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ. ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ສາ​ກົນ, ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ ພັກ, ລັດ ຫວຽດ​ນາມ ກໍ່​ຄື​ວຽກ​ງານ​ກໍ່​ສ້າງ​ຂະ​ແໜງ​ໃນ​ປ​ີ 2016. ກອ​ງ​ປະ​ຊຸມກໍ່​ໄດ້​ຮັບ​ຟັງ​ບັນ​ດາ​ຄຳ​ເຫັນ​ປະ​ກອບ, ປຶກ​ສາ​ຫາ​ລື​​ລົງ​ເລິກເຂົ້າ​ສູ່​ສະ​ພາບ​ການ​ຕົວ​ຈິງ, ເພື່ອ​ແນ​ໃສ່​ກຳ​ນົດ​ທິດ​ທາງ, ໜ້າ​ທີ່​ຂອງ​ທົ່ວ​ຂະ​ແໜງ​ໃນ​ປີ 2017.

        ກອງ​ປະ​ຊຸມ​ໄດ້​ເຫັນ​ດ​ີ​ເປັ​ນ​ເອ​ກະ​ສັນ​ຕີ​ລາ​ຄາ​ປ​ີ 2016, ເຖ​ິງວ່າ​ທ່າ​ອ່ຽງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ຍັງ​ຮັກ​ສາ​ບົດ​ບາດ​ຫຼັກ​ແຫຼ່ງ​ກໍ່​ຕາມ ແຕ່​ໂລກ ແລະ ພາກ​ພື້ນ​ສືບ​ຕໍ່​ມີ​ບັນ​ດາ​ການ​ຜັນ​ແປ​ສັບ​ສົນ ແລະ ຍາກ​ທີ່​ຄາດ​ຄະ​ເນ​ລ່​ວງ​ໜ້າ​ໄດ​້​ທີ່​ກະ​ທົບ​ຢ່າງ​ແຮງ​ເຖິງ​ຄວາມ​​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ ຫວຽດ​ນ​າມ ໄດ້. ໃນ​ສະ​ພາບ​ການນັ້ນ, ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ໄຫວ​ພິບ, ​ຮັບ​ມື​ກັບ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງວ່ອງ​ໄວ​ ແລະ ທັນ​ການ, ພິ​ເສດ​ແມ່ນ ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ປີ​ທຳ​ອິດແຫ່ງ​ການ​ປະ​ຕິ​ບັດ​ແນວ​ທາງ​ການ​ ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ເປັນ​ຢ່າງ​ດີ. ກ່​າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມ​ີງ ສະ​ເໜີ​ວ່າ: ໃນ​ປີ 2017, ຂະ​ແໜງ​ການ​ທູດ ຕ້ອງສຸມ​ໃສ່​ເຂົ້າ​ບາງ​ໜ້າ​ທີ່​ຈຸດ​ສຸມ​ເຊິ່ງ​ລວມ​ມີ: ຮັກ​ສາ​​ທ່ວງ​ທ່າການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ຮັກ​ສາ​ສະ​ພາ​ບ​ແວດ​ລ້ອມ​ສັນ​ຕິ​ພ​າບ, ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ຮັກ​ສາ​ທ່ວງ​ທ່າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ທຸກໆ​ຂົງ​ເຂດ, ເປັນ​ເຈົ້​າ​ການ ແລະ ຕັ້ງ​ໜ້າ​ໃນ​ອາ​ຊຽນ, ພິ​ເສດ​ແມ່ນ​ເມື່ອ ອາ​ຊຽນ ໄດ້​ສ້າງ​ຕັ້ງ​ປະ​ຊາ​ຄົມ​ຄົບ​ຮອບ​ໜຶ່ງ​ປີ.


ຂ່າວ/ບົດ​ອື່ນ