ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ທ່ານບຸ່ຍແທງເຊີນ ຢືນຢັນວ່າ ການເຄື່ອນໄຫວນີ້ ພວມໄດ້ຮັບການຜັນຂະຫຍາຍໃນ ໄລຍະຈະມາເຖິງ, ນັບມັງໃນວົງຄະນະຍາດຊາວຫວຽດນາມ ແລະ ບັນດາວິສາຫະກິດຢູ່ຕ່າງປະເທດ.
ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1(ພາບ: VOV)

    ວັນທີ 4 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານບຸ່ຍແທງເຊີນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບເງິນຈຳນວນ 500 ລ້ານດົ່ງ ໃຫ້ແກ່ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ເພື່ອສະໜັບສະໜູນ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19. ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ຢືນຢັນວ່າ ການເຄື່ອນໄຫວນີ້ ພວມໄດ້ຮັບການຜັນຂະຫຍາຍໃນ ໄລຍະຈະມາເຖິງ, ນັບທັງໃນວົງຄະນະຍາດຊາວຫວຽດນາມ ແລະ ບັນດາວິສາຫະກິດຢູ່ຕ່າງປະເທດ.

    ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດ້ວັນຈຽນ ໃຫ້ຮູ້ວ່າ: ບັນດາບ້ວງເງິນຊ່ວຍເຫຼືອດັ່ງກ່າວ ຈະໜູນຊ່ວຍການຊື້ວັກຊິນ, ເຄື່ອງອຸປະກອນການແພດ, ໜູນຊ່ວຍໃຫ້ບັນດາເຂກແຍກຫ່າງ, ປິ່ນປົວໃຫ້ຄົນເຈັບໜັກ, ລະດົມກຳລັງໃຈກຳລັງໃນແນວໜ້າ ແລະ ບັນດາທ້ອງຖິ່ນພວມປະສົບກັບຄວາມຫຍູ້ງຍາກ, ຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ ແລະ ປຊຊ ຕັດສິນໃຈຍູ້ໂລກລະບາດໃຫ້ຖອຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ