ກະຊວງການຕ່່າງປະເທດຫວຽດນາມ ຈັດ ການປະຊຸມຂ່າວ ປະຈໍາ ເດືອນ ຕຸລາ

(VOVWORLD) -ທ່ານນາງ ເລທິທູຮັ່ງ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນເຖິງອໍານາດອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ກໍຄື ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຕໍ່ບັນດາການເຄື່ອນໄຫວ ໃນການເດີນເຮືອ, ການບິນ ຢ່າງເສລີ ຢູ່ເຂດທະເລຕາເວັນອອກ

ວັນທີ 4 ຕຸລາ, ທີ່ການປະຊຸມຂ່າວປະຈໍາເດືອນຂອງກະຊວງການຕ່າງປະເທດ ຫວຽດນາມ,  ເມື່ອຕອບຄໍາຖາມຂອງນັກຂ່າວ ທີ່ກ່ຽວຂ້ອງເຖິງການລາດຕະເວນຂອງກໍ່າປັ່ນສູ້ຮົບ ອາເມລິກາ ກໍຄືບັນດາ ການຊ້ອມຮົບຂອງຫຼາຍປະເທດ ຢູ່ທະເລຕາເວັນອອກ ໃນໄລຍະມໍ່ໆມານີ້, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ອີກຄັ້ງໜຶ່ງ ໄດ້ຢັ້ງຢືນເຖິງອໍານາດອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ກໍຄື ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຕໍ່ບັນດາການເຄື່ອນໄຫວ ໃນການເດີນເຮືອ, ການບິນ ຢ່າງເສລີ ຢູ່ເຂດທະເລຕາເວັນອອກ, ທ່ານນາງ ກ່າວວ່າ:

        “ພວກຂ້າພະເຈົ້າ ຂໍຢັ້ງຢືນອໍານາດອະທິປະໄຕຂອງຫວຽດນາມ ສໍາລັບ ສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ. ດ້ວຍຖານະ ເປັນປະເທດສະມາຊິກ UNCLOS 1982  ແລະ ເປັນປະເທດທີ່ຕັ້ງຢູ່ແຄມທະເລຕາເວັນອອກ. ຫວຽດນາມ ຍາມໃດກໍເຄົາລົບ ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ໃຫ້ສອດຄ່ອງກັບ UNCLOS 1982. ຫວຽດນາມ ສະເໜີ ບັນດາປະເທດມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບ ແລະ ປະຕິບັດບັນດາກົດໝາຍສາກົນ ທີ່ກ່ຽວຂ້ອງ,ປະຕິບັດຕາມກົດໝາຍກ່ຽວກັບເຂດທະເລ ແລະ ມະຫາສະໝຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ