ກະຊວງການຕ່າງປະເທດຫວຽດນາມຕອບສຳພາດກ່ຽວກັບເລື່ອງກຳ່ປັ່ນບິ່ງດິ້ງຖືກຕຳຈົມນ້ຳ

ກະຊວງການຕ່າງປະເທດຫວຽດນາມຕອບສຳພາດກ່ຽວກັບເລື່ອງກຳ່ປັ່ນບິ່ງດິ້ງຖືກຕຳຈົມນ້ຳ - ảnh 1

ມີຫຼາຍກໍລະນີກຳ່ປັ່ນຫາປາຂອງຫວຽດນາມຖືກກຳ່ປັ່ນຕ່າງປະເທດຕຳຈົມນ້ຳ

(vovworld) - ວັນ​ທີ 13/1, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ເລື່ອງ​ກຳ່​ປັ່ນ​ຂອງ​ແຂວງ ບິ່ງ​ດິ້ງ​ຖືກ​ຕຳ​ຈົມ​ນ້ຳ​ເມື່ອ​ວັນ​ທີ 9/1/2016 ຜ່ານ​ມາ, ຫົວໜ້າ​ກົມ​ກົງ​ສູນ, ກະຊວງ​ການ​ຕ່າງປະ​ເທດ ຫຼີ໋ກວົກຕ໋ວນ, ​ໃຫ້​ຮູ້​ວ່າ:

        “ອົງການ​ຕ່າງໆ​ຂອງ​ ຫວຽດນາມ​ພວກ​ກຳນົດ, ສືບສວນ​ຕົວ​ການ​ໃນ​ເຫດ​ດັ່ງກ່າວ. ​ເຖິງ​ວ່າ​ໃນ​ສະພາບ​ການ​ໃດ, ຖ້າ​ຫາກ​ກຳ່​ປັ່ນ​ຂອງ​ບໍ່​ວ່າ​ປະ​ເທດ​ໃດ​ກໍ່​ໃຫ້​ເກີດ​ເຫດການ​ ແລ້ວ​ປະ​ໜີ​ໄປ, ​​ແຕ່ບໍ່​ຈັດ​ຕັ້ງ​ການ​ກູ້​ໄພ​ກູ້​ຊີບ​ໃຫ້​ສາມັນ​ຊົນ ກໍ່​ລ້ວນ​ແຕ່​ຖືກ​ກ່າວ​ປະນາມ, ນັບ​ທັງ​ດ້ານ​ກົດໝາຍ ​ແລະ ມະນຸດສະທຳ.

ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ຫວຽດນາມ ພວມ​ຕັ້ງໜ້າ​ຕິດ​ຕໍ່​ພົວພັນ​ກັບ​ບັນດາ​ຊາວ​ປະມົງ​ທີ່ຖືກ​ປະສົບ​ເຄາະ​ຮ້າຍ ກໍ່​ຄື​ບັນດາ​ອົງການ​ສາກົນ ​ແລະ ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ ​ເພື່ອ​ສືບສວນ​ຕົວ​ການ. ປະຈຸ​ບັນຊາ​ວປະມົງ​ ຫວຽດນາມ​ທຸກ​ຄົນ​ລ້ອນ​ແຕ່​ໄດ້​ຮັບ​ການ​ກູ້​ຊີບ ​ແລະ ນຳ​ເຂົ້າ​ຝັ່ງ​ແລ້ວ.

ນີ້​ແມ່ນ​ທາງ​ເດີນ​ທະ​ເລ​ສາກົນ​ທີ່​ຄຶກ​ໂຄມ​ໜາ​ແໜ້ນ, ດັ່ງ​ນັ້ນ​ສະ​ເໜີ​ຊາວ​ປະມົງ​ ຫວຽດນາມ​ເມື່ອ​​ເຄື່ອນ​ໄຫວ​ບົນ​ທະ​ເລ ຕ້ອງ​ລະມັດລະວັງ​ບໍ່​ໃຫ້​ກໍລະນີ​ທີ່​ຄ້າຍຄື​ກັນ​“.

       

ຂ່າວ/ບົດ​ອື່ນ