ກະຊວງການຕ່າງປະເທດເຢຍລະມັນຮັບຮູ້ການໜູນຊ່ວຍຂອງລັດຖະບານແລະປະຊາຊົນຫວຽດນາມ

(VOVWORLD) -ວັນທີ 14 ເມສາ, ກະຊວງການຕ່າງປະທດເຢຍລະມັນ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍການພົວພັນມິດຕະພາບລະຫວ່າງ 2 ປະເທດເຢຍລະມັນ-ຫວຽດນາມ ໃນວິກິດການໂລກລະບາດໂຄວິດ-19.

ກະຊວງການຕ່າງປະເທດເຢຍລະມັນຮັບຮູ້ການໜູນຊ່ວຍຂອງລັດຖະບານແລະປະຊາຊົນຫວຽດນາມ - ảnh 1 ກະຊວງການຕ່າງປະທດເຢຍລະມັນ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍການພົວພັນມິດຕະພາບລະຫວ່າງ 2 ປະເທດ

(ພາບ: baoquocte.vn)

ໃນແຈ້ງການທີ່ເອົາລົງໃນສື່ສັງຄົມອອນລາຍ Facebook, ກະຊວງການຕ່າງປະເທດເຢຍລະມັນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການກະທຳອັນສູງສົ່ງຂອງລັດຖະບານຫວຽດນາມ ເວົ້າລວມ ແລະ ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ເຢຍລະມັນ ເວົ້າສະເພາະ, ໃນຄວາມມະນະພະຍາຍາມໜູນຊ່ວຍເຢຍລະມັນ ຕ້ານໂລກລະບາດ.

ພ້ອມກັບເຢຍລະມັນ, ບາງປະເທດເອີລົບ ທີ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດທີ່ອັນຕະລາຍນີ້ຄື: ຝລັ່ງ, ອັງກິດ, ອີຕາລີ, ແອັດສະປາຍ ກໍ່ໄດ້ຮັບການຊ່ວຍເຫຼືອເປັນຜ້າອັດປາກ- ອັດດັງເຊັ່ນດຽວກັນ.

ນອກນັ້ນ, ຍັງມີບັນດາອຸປະກອນການແພດທີ່ໄດ້ຜະລິດຢູ່ຫວຽດນາມ ກໍ່ຈະໄດ້ມອບໃຫ້ຝ່າຍອິນເດຍ ໃນເວລາອັນໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ