ກະ​ຊວງ​ການ​ເງິນ ປະ​ຕິ​ບັດ​​ສຳ​ເລັດບັນ​ດາ​ໜ້າ​ທີ່​ການ​ເງິນ - ງົບ​ປະ​ມານ​ແຫ່ງ​ລັດ ປີ 2023 ໄດ້​ເປັນ​ຢ່າງ​ດີ

(VOVWORLD) - ບົດລາຍງານຂອງກະຊວງການເງິນໃຫ້ຮູ້ວ່າ  ຄວາມດຸ່ນດ່ຽງລະຫວ່າງງົບປະມານບັນດາຂັ້ນສູນກາງ ກັບ ທ້ອງຖິ່ນໄດ້ຮັບການຮັບປະກັນ.
ກະ​ຊວງ​ການ​ເງິນ ປະ​ຕິ​ບັດ​​ສຳ​ເລັດບັນ​ດາ​ໜ້າ​ທີ່​ການ​ເງິນ - ງົບ​ປະ​ມານ​ແຫ່ງ​ລັດ ປີ 2023 ໄດ້​ເປັນ​ຢ່າງ​ດີ - ảnh 1ກອງປະຊຸມສະຫຼຸບວຽກງານການເງິນ - ງົບປະມານແຫ່ງລັດ ປີ 2023 (ພາບ:dangcongsan.vn)

ຕອນບ່າຍວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການເງິນໄດ້ຈັດກອງປະຊຸມສະຫຼຸບວຽກງານບໍລິຫານການປະຕິບັດໜ້າທີ່ການເງິນ - ງົບປະມານແຫ່ງລັດປີ 2023 ແລະ ແຜນການຜັນຂະຫຍາຍໜ້າທີ່ປີ 2024. ບົດລາຍງານຂອງກະຊວງການເງິນໃຫ້ຮູ້ວ່າ  ຄວາມດຸ່ນດ່ຽງລະຫວ່າງງົບປະມານບັນດາຂັ້ນສູນກາງ ກັບ ທ້ອງຖິ່ນໄດ້ຮັບການຮັບປະກັນ. ຄາດວ່າ ຮອດທ້າຍປີນີ້, ໜີ້ສາທາລະນະທີ່ຍັງເຫຼືອ ປະມານ 37% GDP, ໜີ້ລັດຖະບານ ປະມານ 34% GDP, ຕ່ຳກວ່າລະດັບເພດານ ແລະ ລະດັບສຸກເສີນໂດຍສະພາແຫ່ງຊາດວາງອອກ. ວຽກງານການດັດປັບລາຄາ, ຕະຫຼາດ ກໍເໝາະສົມກັບສະພາບການຕົວຈິງ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ - ດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການຄວບຄຸມໄພເງິນເຟີ້, ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ແລະ ເພີ່ມທະວີການຄຸ້ມຄອງລັດສຳລັບຕະຫຼາດຫຼັກຊັບ, ພັນທະບັດວິສາຫະກິດ ແລະ ປະກັນໄພ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ເນັ້ນໜັກວ່າ:

          “ຂ້າພະເຈົ້າເຊື່ອໝັ້ນວ່າ ກະຊວງການເງິນ ຈະສືບຕໍ່ສືບທອດບັນດາໝາກຜົນທີ່ບັນລຸໄດ້ໃນປີນີ້; ຄົ້ນຄວ້າບັນດາມາດຕະການກະໂດດຂັ້ນ, ປະດິດຄິດສ້າງເພື່ອຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ການເງິນ, ງົບປະມານແຫ່ງລັດໃນປີໜ້າໃຫ້ເປັນຢ່າງດີທີ່ສຸດ”.

      


ຕອບກັບ

ຂ່າວ/ບົດ​ອື່ນ