ກະຊວງການເງິນຕ້ອງເປັນເຈົ້າການ, ໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມຢ່າງທັນການ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ສະເໜີໃຫ້ທົ່ວຂະແໜງການເງິນ ສືບຕໍ່ຄົ້ນຄວ້າມາດຕະການແກ້ໄຂປີການເງິນຢ່າງທັນການ ເພື່ອເປັນເສນາທິການ, ເພີ່ມທະວີການວິເຄາະໄຈ້ແຍກ, ຄາດຄະເນ
ກະຊວງການເງິນຕ້ອງເປັນເຈົ້າການ, ໜູນຊ່ວຍການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມຢ່າງທັນການ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ກ່າວຄຳເຫັນທີ່ກອງປະຊຸມ)

ວັນທີ 07 ກໍລະກົດ, ຢູ່ ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນ - ງົບປະມານແຫ່ງລັດໄລຍະ 6 ເດືອນຕົ້ນປີ, ຜັນຂະຫຍາຍແຜນການປະຕິບັດໜ້າທີ່ການເງິນ - ງົບປະມານແຫ່ງລັດໃນໄລຍະ 6 ເດືອນທ້າຍປີ 2022 ແບບທາງໄກໂດຍເຊື່ອມຕໍ່ກັບ 63 ສະຖານທີ່ໃນທົ່ວປະເທດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລມິນຄາຍ ສະເໜີໃຫ້ທົ່ວຂະແໜງການເງິນ ສືບຕໍ່ຄົ້ນຄວ້າມາດຕະການແກ້ໄຂປີການເງິນຢ່າງທັນການ ເພື່ອເປັນເສນາທິການ, ເພີ່ມທະວີການວິເຄາະໄຈ້ແຍກ, ຄາດຄະເນ; ສະເໜີຂັ້ນມີສິດກ່ຽວກັບບັນດາໜ້າທີ່, ມາດຕະການເພື່ອຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດຢ່າງທັນການ.

        “ສຸມໃສ່ກວດກາຄືນຈຸດທັບຊ້ອນກັນ, ຮົ້ວກີດຂວາງໃຫ້ແກ່ການຜະລິດ - ດຳເນີນທຸລະກິດ, ລະດົມ ແລະ ຂຸດຄົ້ນທຸກແຫຼ່ງກຳລັງເພື່ອໃຫ້ປະເທດພັດທະນາແບບ ຍືນຍົງ. ສືບຕໍ່ກວດກາ, ຫຼຸດຜ່ອນລະບຽບການບໍລິຫານ, ຫັນເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍ ໂດຍສະເພາະແມ່ນໃນຂົງເຂດພາສີ, ອາກອນ; ສະເໜີປັບປຸງ, ສ້າງເອກະສານກຳນົດກົດໝາຍໃຫ້ສົມບູນແບບ ເພື່ອແກ້ໄຂຂໍ້ຕິດຄັດໃຫ້ແກ່ການເຄື່ອນໄຫວລົງທຶນ; ສ້າງກອບນິຕິກຳໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ, ຮູບແບບດຳເນີນທຸລະກິດ… ໃຫ້ສົມບູນແບບ”.

ຕອບກັບ

ຂ່າວ/ບົດ​ອື່ນ