ກະຊວງຕໍາຫຼວດຫວຽດນາມ - ກະຊວງພາຍໃນ ສະຫະພັນລັດເຊຍ ຍູ້ແຮງການພົວພັນຮ່ວມມື

(VOVWORLD) - ຕອນຄໍ່າວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງພາຍໃນສະຫະພັນລັດເຊຍ Kolokoltsev Vladimir Aleksandrovich ຫົວໜ້າຄະນະຜູ້ແທນຂັ້ນສູງກະຊວງພາຍໃນສະຫະພັນລັດເຊຍ ເນື່ອງໃນໂອກາດທ່ານມາ ເຂົ້າຮ່ວມ ກອງປະຊຸມ ASEANAPOL 39 ຢູ່ຫວຽດນາມ.
ກະຊວງຕໍາຫຼວດຫວຽດນາມ - ກະຊວງພາຍໃນ ສະຫະພັນລັດເຊຍ ຍູ້ແຮງການພົວພັນຮ່ວມມື - ảnh 1 ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຕ້ອນຮັບທ່ານລັດຖະມົນຕີກະຊວງພາຍໃນສະຫະພັນລັດເຊຍ Kolokoltsev Vladimir Aleksandrovich ຫົວໜ້າຄະນະຜູ້ແທນຂັ້ນສູງກະຊວງພາຍໃນສະຫະພັນລັດເຊຍ (ພາບ: bocongan.org.vn)

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ ກະຊວງພາຍໃນສະຫະພັນລັດເຊຍ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອ, ມິດຕະພາບ ແລະ ໄວ້ເນື້ອເຊື່ອໃຈຂອງກະຊວງຕໍາຫຼວດຫວຽດນາມ. ທ່ານລັດຖະມົນຕີ ໂຕເລິມ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ຮັບປະກັນຄວາມສະຫງົບ, ປອດໄພ, ສ້າງເງື່ອນໄຂສະດວກເພື່ອໃຫ້ອົງການຕາງໜ້າທາງການທູດ, ນັກທຸລະກິດ, ນັກສຶກສາ ແລະ ຊາວຫວຽດນາມ ອາໄສຢູ່ ລັດເຊຍ ແລະ ກົງກັນຂ້າມ ສາມາດປະຕິບັດງານ, ລົງທຶນ, ສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ປະເທດປະຈໍາຖິ່ນ. ພ້ອມກັນນັ້ນ, ຍູ້ແຮງການຮ່ວມມືຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ; ເພີ່ມທະວີການຮ່ວມມືບໍາລຸງສ້າງ ລະຫວ່າງ 2 ຝ່າຍ ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດໃຫ້ພະນັກງານນັກຮົບໃນກະຊວງຕໍາຫຼວດ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດປ້ອງກັນ, ຕ້ານການອາດຊະຍາກໍາ, ເຕັກນິກທາງອາຍາ, ຄວາມປອດໄພໃນການຈະລາຈອນ.

        ສ່ວນທ່ານລັດຖະມົນຕີກະຊວງພາຍໃນ ສະຫະພັນລັດເຊຍ Kolokoltsev Vladimir Aleksandrovich ຢັ້ງຢືນວ່າ ໃນຖານະຕໍາແໜ່ງຂອງຕົນ ທ່ານຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສະຫະພັນລັດເຊຍ - ຫວຽດນາມ ເວົ້າລວມ, ລະຫວ່າງກະຊວງພາຍໃນ ສະຫະພັນ ລັດເຊຍ ກັບກະຊວງຕໍາຫຼວດ ຫວຽດນາມ ເວົ້າສະເພາະໃຫ້ນັບມື້ນັບພັດທະນາ. 

ຕອບກັບ

ຂ່າວ/ບົດ​ອື່ນ