ກະ​ຊວງ​ຕຳຫຼວດ ຫ​ວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ FBI (ອາ​ເມ​ລິ​ກາ)

(VOVWORLD) - ເພື່ອແນໃສ່ສືບຕໍ່ຍົກສູງປະສິດທິຜົນການພົວພັນຮ່ວມມືລະຫວ່າງອົງການສືບສວນສະຫະລັດ ອາເມລິກາ (FBI) ແລະ ກະຊວງຕຳຫຼວດ ຫວຽດນາມ, ວັນທີ 03 ສິງຫາ, ທ່ານຮອງລັດຖະມົນຕີ  ເຈິ່ນກວັກຕໍ ແລະ ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Jacqueline Maguire, ຜູ້ຊ່ວຍວຽກຜູ້ອຳນວຍການອົງການສືບສວນສະຫະລັດ ອາເມລິກາ (FBI) ກ່ຽວກັບຂົງເຂດບຳລຸງສ້າງຢູ່ສະຖາບັນ FBI, ນະຄອນ Quantico, ລັດ Virginia, ອາເມລິກາ.
ກະ​ຊວງ​ຕຳຫຼວດ ຫ​ວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ FBI (ອາ​ເມ​ລິ​ກາ) - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ທ່ານຮອງລັດຖະມົນຕີ ເຈິ່ນກວັກຕໍ ສະເໜີ ສອງຝ່າຍສືບຕໍ່ປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຢ່າງມີປະສິດທິຜົນ. ສອງຝ່າຍຊຸກຍູ້ການລົງນາມໃນສັນຍາໜູນຊ່ວຍດ້ານຍຸຕິທຳກ່ຽວກັບອາຍາ, ສັນຍາສົ່ງຜູ້ຮ້າຍຂ້າມແດນ, ສັນຍາກ່ຽວກັບການມອບ - ສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກ; ກະຊວງຕຳຫຼວດ ຫວຽດນາມ ແລະ FBI ເພີ່ມທະວີການແລກປ່ຽນຄະນະທຸກຂັ້ນເພື່ອແລກປ່ຽນ, ແບ່ງປັນຂໍ້ມູນກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; FBI ຄົ້ນຄວ້າການໜູນຊ່ວຍ, ອຸປະຖຳເຄື່ອງອຸປະກອນທີ່ທັນສະໄໝ ແລະ ຖ່າຍທອດເຕັກໂນໂລຢີ, ມາດຕະການສະເພາະຂະແໜງຮັບໃຊ້ວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳໃຫ້ແກ່ ຫວຽດນາມ.

        ທ່ານຮອງລັດຖະມົນຕີ ເຈິ່ນກວັກຕໍ ປາດຖະໜາວ່າ FBI ຈະສືບຕໍ່ສວມບົດບາດເປັນຄູ່ຮ່ວມມືທີ່ຕັ້ງໜ້າຂອງກະຊວງຕຳຫຼວດ ຫວຽດນາມ ໃນການສົມທົບກັນຮັກສາຄວາມໝັ້ນຄົງ, ຄວາມປອດໄພ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ