ກະຊວງຕຳຫຼວດຈັດຕັ້ງກອງປະຊຸມຂົນຂວາຍບັນດານັກອຸປະຖຳສາກົນ

ກະຊວງຕຳຫຼວດຈັດຕັ້ງກອງປະຊຸມຂົນຂວາຍບັນດານັກອຸປະຖຳສາກົນ - ảnh 1
ກອງ​ປະ​ຊຸມ​ຂອງ​ກະ​ຊວງ​ຕຳຫຼວດ

(vovworld) - ​​ຕອນ​ເຊົ້າ​ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຕຳ​ຫຼວດ ສົມ​ທົບ​ກັບ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂົນ​ຂວາຍ​ບັນ​ດາ​ນັກ​ອຸ​ປະ​ຖຳ​ຕ່າງ​ປະ​ເທດ​ເພື່ອ​ດຶງ​ດູດ​ທຶນ ODA ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ຕຳຫຼວດ. ຮອດ​ປີ 2013, ກະ​ຊວງ​ຕຳຫຼວດ​ໄດ້​ຮັບ​ເອົາ ແລະ ປະ​ຕິ​ບັດ 29 ໂຄງ​ການ, ແຜນ​ຮ່າງ ODA ດ້ວຍຍອດ​ຈຳ​ນວນ​ເງິນ​ປະ​ມານ​ເກືອບ 160 ລ້ານ USD. ບັນ​ດາ​ໂຄ​ງ​ການ, ແຜນ​ຮ່າງ​ໄດ້​ຮັບ​ການ​ອຸ​ປະ​ຖຳ​ຈາກ​ບັນ​ດາ​ນັກ​ອຸ​ປະ​ຖ​ຳ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ຄື: ຝ​ຣັ່ງ, ໂອ​ຕ​ຣິດ, ຍີ່​ປຸ່ນ, ສ. ເກົາຫຼີ… ເພື່ອ​ປະ​ຕິ​ບັດ​ຍຸດ​ທະ​ສາດ ແລະ ແຜນ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ຕຳຫຼວດ, ແຕ່ນີ້​ຮອດ​ປີ 2020, ​ຄາດ​ວ່າ​ຄວາມ​ຕ້ອງ​ການ​ເງິນ​ລົງ​ທຶນ​ພັດ​ທະ​ນາ​ຂອງ​ກະ​ຊວງ​ຕຳຫຼວດແມ່ນປະ​ມານ 3,8 ຕື້ USD, ໃນ​ນັ້ນ​ມີ​ປະ​ມານ 200 ລ້ານ USD ຈາກ​ແຫຼ່ງ​ທຶນ ODA ເພື່ອ​ເພີ່ມ​ທະ​ວີ​ວັດ​ຖຸ​ອຸ​ປະ​ກອນ, ພາ​ຫະ​ນະ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ​ ແນ​ໃສ່​ຍົກ​ສູງ​ຄວາມ​ສາມ​າດ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ວົງ​ຄະ​ນະ​ຍາດ. ພົນ​ຕີ ບຸ່ຍ​ແທງ​ເຊີນ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ພະ​ລາ​ທິ​ການ​ເຕັກ​ນິກ, ກະ​ຊວງ​ຕຳຫຼວດ, ໃຫ້​ຮູ້​ວ່າ:

        “ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳຫຼວດ​ສຸມ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ສຳຫຼວດ, ຕີ​ລາ​ຄາ​ສະ​ພາບ​​ຕົວ​ຈິງ, ຄວາມ​ຕ້ອງ​ການ​ເພື່ອ​ສະ​ເໜີ​ແຜນ​ການ​ດຶງ​ດູດ​ການ​ລົງ​ທຶນ​ສຳ​ລັບ ODA ໃຫ້ຖືກ​ຕ້ອງ​ກັບ​ແຜນກຳນົດພັດ​ທະ​ນາ, ປະ​ຕິ​ບັດ​ວຽກ​ງານ​ກະ​ກຽມ​ການ​ລົງ​ທຶນ, ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ, ຄຸ້ມ​ຄອງ​ໂຄງການເປັນຢ່າງດີ ຮັບ​ປະ​ກັນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ສາ​ກົນ. ທີ​ສອງ​ແມ່ນ, ດຶງ​ດູດ​ແຫຼ່ງ​ທຶນ ODA ໃຫ້​ບັນ​ດາ​ໂຄງ​ການ​ຈຸດ​ສຸມ, ຮີບ​ດ່ວນ, ແກ້​ໄຂ​ບັນ​ດາ​ບັນ​ຫາທີ່​ມີ​ລັກ​ສະ​ນະ​ສັງ​ຄົມ, ວົງ​ຄະ​ນະ​ຍ​າດ​.”

ຂ່າວ/ບົດ​ອື່ນ