ກະຊວງຕຳຫຼວດສົ່ງນາຍຕຳຫຼວດອີກ 2 ຄົນໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNISFA

(VOVWORLD) - ກ່າວຄຳເຫັນເມື່ອມອບໜ້າທີ່, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ສະເໜີໃຫ້ນາຍຕຳຫຼວດ 2 ຄົນປະຕິບັດບັນດາຂໍ້ກຳນົດຂອງ ສປຊ, ປະເທດປະຈຳຖິ່ນເມື່ອປະຕິບັດໜ້າທີ່ຮັກສາສັນຕິພາບທີ່ໄດ້ຮັບມອບໝາຍ
ກະຊວງຕຳຫຼວດສົ່ງນາຍຕຳຫຼວດອີກ 2 ຄົນໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNISFA - ảnh 1 ທ່ານ ພົນໂທ ເລືອງຕາມກວາງ ແລະ ນາຍຕຳຫຼວດໄປປະຕິບັດໜ້າທີ່ຮັກສາ ສັນຕິພາບ
(ພາບ:VOV)

ວັນທີ 29 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ມອບຂໍ້ຕົກລົງໃຫ້ແກ່ນາຍຕຳຫຼວດ 2 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ UNISFA (ເຂດ Abyei) ປີ 2024. ກ່າວຄຳເຫັນເມື່ອມອບໜ້າທີ່, ທ່ານຮອງລັດຖະມົນຕີ ເລືອງຕາມກວາງ ສະເໜີໃຫ້ນາຍຕຳຫຼວດ 2 ຄົນປະຕິບັດບັນດາຂໍ້ກຳນົດຂອງ ສປຊ, ປະເທດປະຈຳຖິ່ນເມື່ອປະຕິບັດໜ້າທີ່ຮັກສາສັນຕິພາບທີ່ໄດ້ຮັບມອບໝາຍ; ຂໍ້ກຳນົດຂອງກະຊວງຕຳຫຼວດເມື່ອເຄື່ອນໄຫວຢູ່ຕ່າງປະເທດຢ່າງເຂັ້ມງວດ. ສົມທົບຢ່າງແໜ້ນແຟ້ນກັບບັນດານາຍທະຫານທີ່ພວມປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ຄະນະປະຕິບັດງານ; ຮັກສາຄວາມສາມັກຄີພາຍໃນ, ສົມທົບກັບເພື່ອນຮ່ວມກົມກອງສາກົນ; ສະແດງນ້ຳໃຈສາມັກຄີ, ເປັນເອກະພາບ. ພ້ອມກັນນັ້ນ, ກໍ່ຮ່ຳຮຽນ, ຍົກສູງລະດັບ, ທັກສະຢ່າງບໍ່ຢຸດຢັ້ງ; ຕັດສິນໃຈປະຕິດໜ້າທີ່ໂດຍ ສປຊ ແລະ ພັກ, ລັດ, ກະຊວງຕຳຫຼວດ ຫວຽດນາມ ມອບໝາຍໃຫ້ຢ່າງມີປະສິດທິຜົນ.

          ແຕ່ເດືອນ ຕຸລາ 2022 ມາຮອດປະຈຸບັນ, ກະຊວງຕຳຫຼວດຫວຽດນາມ ໄດ້ສົ່ງ 2 ຄະນະປະຕິບັດງານ, ລວມມີນາຍຕຳຫຼວດ 6 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຄະນະປະຕິບັດງານ ຊູດັງໃຕ້ (UNMISS); ສົ່ງນາຍຕຳຫຼວດ 1 ຄົນໄປປະຕິບັດໜ້າທີ່ຢູ່ຫ້ອງການຕຳຫຼວດ, ສຳນັກງານ ສປຊ ຕາມຮູບແບບສ່ວນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ