ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ

(VOVWORLD) - ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບົດບາດເປັນໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ, ພິເສດແມ່ນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. 
ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ - ảnh 1ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ໃຫ້ການຕ້ອນຮັບທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ (ພາບ:  bocongan.gov.vn)

ກຳລັງຕຳຫຼວດຫວຽດນາມ ຍາມໃດກໍ່ຕັ້ງໜ້າ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມແກ້ໄຂບັນດາບັນຫາທົ່ວໂລກ. ນັ້ນແມ່ນການຢັ້ງຢືນຂອງທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ໃນການຕ້ອນຮັບທ່ານນາງ Pauline Tamesis ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 18 ກໍລະກົດ ຢູ່ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການສະໜັບສະໜູນບົດບາດເປັນໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ, ພິເສດແມ່ນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ທ່ານລັດຖະມົນຕີ ເລືອງຕາມກວາງ ໃຫ້ຮູ້ວ່ານັບແຕ່ປີ 2022 ມາຮອດປັດຈຸບັນ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດສົ່ງ 4 ກຸ່ມປະຕິບັດງານ, ລວມມີນາຍຕຳຫຼວດ 11 ຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຄະນະປະຕິບັດງານ UNMISS ຢູ່ ຊູດັງໃຕ້ ແລະ ຄະນະປະຕິບັດງານ UNISFA (ເຂດ Abyei); ຈັດສົ່ງນາຍຕຳຫຼວດ 1 ຄົນໄປເຮັດວຽກຢູ່ຫ້ອງການຕຳຫຼວດ, ກົມເຄື່ອນໄຫວເພື່ອສັນຕິພາບ ສປຊ. ໄປຄຽງຄູ່ກັນນັ້ນ, ໃນເດືອນມັງກອນ ປີ 2024, ກະຊວງຕຳຫຼວດໄດ້ສ້າງ ແລະ ເປີດຕົວກົມກອງຕຳຫຼວດຮັກສາສັນຕິພາບ ສປຊເລກ 1. ໄປຄຽງຄູ່ກັນນັ້ນ, ກະຊວງຕຳຫຼວດກໍ່ໄດ້ສົມທົບກັບບັນດາອົງການຂອງສປຊ ປະຈຳ ຫວຽດນາມຢ່າງເປັນປະຈຳ ແລະ ແໜ້ນແຟ້ນໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ດີເດັ່ນແມ່ນເປົ້າໝາຍ ຂອງຄຳໝັ້ນສັນຍາທີ່ໄດ້ຍົກອອກມາໃນໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ທີ່ໄດ້ປະກາດໃນຕົ້ນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ