ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ໄດ້​ມອບ​ລາງວັນ​ການ ​ເສັງຂຽນ​ຈົດ​ໝາຍ​ສາ​ກົນ UPU ຄັ້ງ​ທີ 51

(VOVWORLD) -ຕອນບ່າຍວັນທີ 9 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ການສື່ສານໄດ້ມອບລາງວັນການ ເສັງການຂຽນຈົດໝາຍສາກົນ UPU ຄັ້ງທີ 51 ປີ 2022 ດ້ວຍຫົວຂໍ້ “ນ້ອງຈົ່ງຂຽນຈົດໝາຍສົ່ງເຖິງຜູ້ທີ່ມີອິດທິພົນຊື່ສຽງ ເພື່ອສະເໜີສາຍເຫດ ແລະ ວິທີການ ທີ່ເຂົາເຈົ້າຄວນກະທຳຕໍ່ວິກິດການດິນຟ້າອາກາດ”.
ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ ໄດ້​ມອບ​ລາງວັນ​ການ ​ເສັງຂຽນ​ຈົດ​ໝາຍ​ສາ​ກົນ UPU ຄັ້ງ​ທີ 51 - ảnh 1ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ກ່າວຄຳເຫັນທີ່ພິທີ

ການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 5 ໄດ້ປຸກລະດົມ ແລະ ຜັນຂະຫຍາຍໃນຂອບເຂດທົ່ວປະເທດ ນັບແຕ່ເດືອນ ພະຈິກ ປີ 2021 ມາຮອດເດືອນມີນາ ປີ 2022. ຄະນະຈັດຕັ້ງ ໄດ້ຮັບຈົດໝາຍເຂົ້າຮ່ວມການເສັງເກືອບ 1 ລ້ານສະບັບຂອງນ້ອງໆນັກຮຽນທີ່ ມາຈາກ 62 ແຂວງ, ນະຄອນໃນທົ່ວປະເທດ. ພາຍຫຼັງ ການໃຫ້ຄະແນນມາເປັນ 5 ຮອບ, ຄະນະກຳມະການແຫ່ງຊາດໄດ້ຄັດເລືອກຈົດໝາຍ 100 ສະບັບເຂົ້າຮ່ວມຮອບຊີງຊະນະເລີດ. ນ້ອງ ຫງວຽນບິ່ງງວຽນ, ຮຽນ ມໍ4 A1, ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນຈີເຟືອງ, ເມືອງບາດິ່ງ, ຮ່າໂນ້ຍ ຄ້ວາໄດ້ລາງວັນທີ 1 ລະດັບຊາດ ໃນການສອງເສັງດັ່ງກ່າວແບ່ງປັນວ່າ:

ການປ່ຽນແປງຂອງດິນຟ້າອາກາດພວມດຳເນີນໄປຢ່າງຮ້າຍແຮງ, ຖ້າບໍ່ມີການກະທຳຢ່າງທັນການ ຈະກໍ່ຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງພວກເຮົາ. ພາຍຫຼັງຊັ່ງຊາ, ລູກໄດ້ຢາກສວມເປັນລົມເພື່ອສົ່ງໄປຍັງນັກສິລະປິນ ດັ່ງທ໊າຍເຊີນ. ຍ້ອນວ່າ ລົມອາດຈະປິນໄປທຸກແຖບຖິ່ນ ແລະ ອາດຈະເຫັນໄດ້ການປ່ຽນແປງຂອງທຸກສິ່ງທຸກຢ່າງ. ກໍ່ຄືກັນກັບຫົວຂໍ້ຂອງປີນີ້ ແມ່ນການປ່ຽນແປງຂອງດິນຟ້າອາກາດ. ສານເຊິ່ງລູກຢາກສົ່ງໄປຍັງແຕ່ລະຄົນນັ້ນແມ່ນ ທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບ ແລະ ຄວາມສາມາດຂອງຕົນ ເພື່ອຍູ້ໃຫ້ການປ່ຽນແປງຂອງດິນຟ້າອາກາດຖອຍໄປ ແລະ ລູກມີຄວາມຫວັງວ່າ ແຕ່ລະຄົນຈົ່ງປະຕິບັດຄວາມຮັບຜິດຊອບຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ