ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປີດຕົວຊ໊ອບແວຄຸ້ມຄອງບໍລິຫານສັງລວມວິສາຫະກິດ

(VOVWORLD) - ຕອນເຊົ້າວັນທີ 12 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈັດຕັ້ງພິທີເປີດຕົວຊ໊ອບແວຄຸ້ມຄອງບໍລິຫານວິສາຫະກິດ 1Office.
ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປີດຕົວຊ໊ອບແວຄຸ້ມຄອງບໍລິຫານສັງລວມວິສາຫະກິດ - ảnh 1 ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປີດຕົວຊ໊ອບແວຄຸ້ມຄອງບໍລິຫານສັງລວມວິສາຫະກິດ

ນີ້ແມ່ນໜຶ່ງໃນບັນດາເຫດການແນະນຳບັນດາພື້ນຖານດີຈີຕອນ Make in Vietnam ເພື່ອແນໃສ່ປະຕິບັດ “ໂຄງການຫັນປ່ຽນດີຈີຕອນລະດັບຊາດຮອດປີ 2025, ກຳນົດທິດຮອດປີ 2030” ເຊິ່ງທ່ານນາຍົກລັດຖະມົນຕີຫາກໍ່ອະນຸມັດຜ່ານ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທງຮຶງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

        “ກະຊວງຖະແຫຼງຂ່າວ ແລະ ສື່ສານຕັ້ງຄວາມຫວັງວ່າບັນດາວິສາຫະກິດເຕັກໂນໂລຊີດີຈີຕອນ ຫວຽດນາມ ຈະກຳໄດ້ໂອກາດພັດທະນາໃນພື້ນຖານດີຈີຕອນຕື່ມອີກ ເພື່ອຮັບໃຊ້ການຫັນປ່ຽນຢ່າງຮອບດ້ານ, ກ້ວາງຂວາງ, ທົ່ວເຖິງໃນຂົງເຂດເສດຖະກິດສັງຄົມ, ປະກອບສ່ວນສຳຄັນ ເຂົ້າໃນການປະຕິບັດເປົ້າໝາຍຂອງໂຄງການຫັນປ່ຽນດີຈີຕອນລະດັບຊາດໃຫ້ສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ