ກະຊວງປ້ອງກັນປະເທດ ລັດເຊຍ ປະຕິເສດຄຳກ່າວຫາຂອງ ຢູແກຼນ ທີ່ຖືວ່າ ລັດເຊຍ ບຸກໂຈມຕີບັນດາເປົ້າໝາຍພົນລະເຮືອນ

(VOVWORLD) - ມີພາບຖ່າຍຫຼາຍແຜ່ນ ແລະ ວີດີໂອ ເຊິ່ງປະກາດຈາກ ກີແອັບ ຢັ້ງຢືນວ່າ, ໃນຕົວຈິງ ເຫດທຳລາຍດັ່ງກ່າວແມ່ນຍ້ອນລູກສອນໄຟປ້ອງກັນອາກາດ ຢູແກຼນ ຕົກ

        ວັນທີ 08 ກໍລະກົດ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ປະຕິເສດຄຳກ່າວຫາຂອງ ຢູແກຼນ ທີ່ວ່າ, ລັດເຊຍ ໄດ້ບຸກໂຈມຕີບັນດາເປົ້າໝາຍພົນລະເຮືອນ. ຕາມກະຊວງປ້ອງກັນປະເທດ ລັດເຊຍ ແລ້ວ, ຄຳກ່າວຫາຂອງອຳນາດການປົກຄອງ ຢູແກຼນ ກ່ຽວກັບການບຸກໂຈມຕີດ້ວຍລູກສອນໄຟ, ທີ່ຖືວ່າແມ່ນເຫດຈົງໃຈຂອງ ລັດເຊຍ, ໂດຍແນໃສ່ບັນດາເປົ້າໝາຍພົນລະເຮືອນນັ້ນ, ແມ່ນບໍ່ຖືກຕ້ອງຕາມຄວາມຈິງ. ກະຊວງດັ່ງກ່າວຢືນຢັນວ່າ, ມີພາບຖ່າຍຫຼາຍແຜ່ນ ແລະ ວີດີໂອ ເຊິ່ງປະກາດຈາກ ກີແອັບ ຢັ້ງຢືນວ່າ, ໃນຕົວຈິງ ເຫດທຳລາຍດັ່ງກ່າວແມ່ນຍ້ອນລູກສອນໄຟປ້ອງກັນອາກາດ ຢູແກຼນ ຕົກ, ເມື່ອບິນອອກຈາກຖານຍິງປ້ອງກັນອາກາດຢູ່ໃນນະຄອນ. ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ, ກຳລັງປະກອບອາວຸດ ລັດເຊຍ ບຸກໂຈມຕີບັນດາເປົ້າໝາຍປະສົມອຸດສາຫະກຳ - ການທະຫານຂອງ ຢູແກຼນ ແມ່ນເພື່ອໂຕ້ຕອບບັນດາຄວາມມານະພະຍາຍາມບຸກໂຈມຕີແນໃສ່ເປົ້າໝາຍຢູ່ພາຍໃນປະເທດ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ