ກະຊວງປ້ອງກັນປະເທດ ລາວ ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022

(VOVWORLD) -ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ, ດຸເດືອດທີ່ສຸດນັ້ນ, ກອງທັບ ແລະ ປະຊາຊົນ 2 ປະເທດໄດ້ສະຫງວນການແບ່ງປັນດ້ານວັດຖຸຢ່າງໃຫຍ່ຫຼວງ, ເລິກເຊິ່ງໃຫ້ກັນ
ກະຊວງປ້ອງກັນປະເທດ ລາວ ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022 - ảnh 1(ຫຼາຍການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ)

        ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022 ໂດຍກະຊວງປ້ອງກັນປະເທດ ລາວ ຈັດຂຶ້ນ. ເຂົ້າຮ່ວມພິທີມີທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ; ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ, ດຸເດືອດທີ່ສຸດນັ້ນ, ກອງທັບ ແລະ ປະຊາຊົນ 2 ປະເທດໄດ້ສະຫງວນການແບ່ງປັນດ້ານວັດຖຸຢ່າງໃຫຍ່ຫຼວງ, ເລິກເຊິ່ງໃຫ້ກັນເພື່ອຂຽນເປັນບົດເພງອຳມະຕະກ່ຽວກັບນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ 2 ຊາດ, ເຊິ່ງໄດ້ຮັບການຮັບຮູ້ຈາກໂລກ ແລະ ເປັນແບບຢ່າງໃນການພົວພັນສາກົນ.

        ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄຳຂອບໃຈຕໍ່ພັກ, ປະຊາຊົນ ແລະ ກອງທັບ ລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ວຽກງານ ຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ກັບຄືນເມືອປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ