ກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍປັບປຸງ, ຍົກລະດັບຫໍພິພິທະພັນປະຫວັດສາດກອງທັບປະຊາຊົນ ລາວ

(VOVWORLD) - ທ່ານ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໃຫ້ຮູ້ວ່າ: ເລື່ອງປັບປຸງຫໍພິພິທະພັນຄັ້ງນີ້ຊ່ວຍໃຫ້ຫໍພິພິທະພັນກາຍເປັນສູນເກັບຮັກສາ, ອະນຸລັກ ແລະ ຄຸ້ມຄອງບັນດາວັດຖຸພັນປະຫວັດສາດ
ກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍປັບປຸງ, ຍົກລະດັບຫໍພິພິທະພັນປະຫວັດສາດກອງທັບປະຊາຊົນ ລາວ - ảnh 1ພິທີເລີ່ມລົງມືກໍ່ສ້າງ ປັບປຸງ, ຍົກລະດັບຫໍພິພິທະພັນກອງທັບປະຊາຊົນລາວ

ຕອນເຊົ້າວັນທີ 13 ທັນວາ, ທີ່ນະຄອນຫຼວງ ວຽງຈັນ, ສປປ ລາວ, ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຄງການປັບປຸງ, ຍົກລະດັບຫໍພິພິທະພັນກອງທັບປະຊາຊົນລາວ. ໂດຍໄດ້ຮັບການຜັນຂະຫຍາຍນັບແຕ່ປີ 2019 ດ້ວຍ 3 ໄລຍະ, ໂຄງການດັ່ງກ່າວມີຍອດເງິນລົງທຶນທັງໝົດກ່ວາ 4,6 ລ້ານໂດລາສະຫະລັດ, ດ້ວຍການໜູນຊ່ວຍຂອງກະຊວງປ້ອງກັນປະເທດ ຫວຽດນາມ. ນີ້ກໍ່ແມ່ນກິດຈະກຳສຸດຈຸມເພືີ່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ລາວ (20/1/1949 – 20/1/2024) ແລະ 103 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ (13/12/1920 – 13/12/2023).

        ທ່ານ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ໃຫ້ຮູ້ວ່າ: ເລື່ອງປັບປຸງຫໍພິພິທະພັນຄັ້ງນີ້ຊ່ວຍໃຫ້ຫໍພິພິທະພັນກາຍເປັນສູນເກັບຮັກສາ, ອະນຸລັກ ແລະ ຄຸ້ມຄອງບັນດາວັດຖຸພັນປະຫວັດສາດ, ຈາລຶກບັນດາໝາກຜົນຂອງໄຊຊະນະຂອງກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ຫໍພິພິທະພັນ ແມ່ນສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດມາຄົ້ນຄ້ວາ, ຮ່ຳຮຽນ ແລະ ຢ້ຽມຊົມ, ຜ່ານການວາງສະແດງວັດຖຸພັນທີ່ເປັນຂີດໝາຍປະຫວັດສາດສຳຄັນ ແລະ ການວາດພາບບັນດາເຫດການປະຫວັດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ