ກະຊວງ​ປ້ອງ​ກັນ​ປະ​ເທດສະ​ເໜີ​ໃຫ້​ມີຈັດ​ຕັ້ງ​ວຽກງານ​ແຍ​ກຕົວ​ຢູ່​ເຂດ​ຕົວ​ເມືອງ​ໃຫ້​ເໝາະສົມ

(VOVWORLD) -  ຕອນເຊົ້າວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19 ໄດ້ຈັດຕັ້ງກອງປະຊຸມອອນລາຍທົ່ວກອງທັບ ເພື່ອແນໃສ່ສໍາຫຼວດກວດຄືນ, ຖອດຖອນບົດຮຽນກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ.
ກະຊວງ​ປ້ອງ​ກັນ​ປະ​ເທດສະ​ເໜີ​ໃຫ້​ມີຈັດ​ຕັ້ງ​ວຽກງານ​ແຍ​ກຕົວ​ຢູ່​ເຂດ​ຕົວ​ເມືອງ​ໃຫ້​ເໝາະສົມ - ảnh 1(ພາບປະກອບ: TTXVN)

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເນັ້ນໜັກວ່າ ປັດຈຸບັນທົ່ວປະເທດກໍາລັງກ້າວເຂົ້າສູ່ໄລຍະທີ 2 ຂອງວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ Covid – 19. ທາງກອງທັບ ໄດ້ໝູນໃຊ້ກົນໄກຕ້ານໂລກລະບາດຄືຕ້ານສັດຕູ, ສ້າງຕັ້ງກອງບັນຊາທຸກຂັ້ນ ເພື່ອເປັນເຈົ້າການໃນການຈັດຕັ້ງຕ້ອນຮັບ, ແຍກຕົວ. ທ່ານ ພົນໂທ ເຈິ່ນເດີນ ສະເໜີໃຫ້ປະຕິບັດວຽກງານແຍກຕົວໃຫ້ເໝາະສົມ ຫຼີກລ້ຽງການເຕົ້າໂຮມຜູ້ຖືກແຍກຕົວຫຼາຍເກີນໄປຢູ່ນະຄອນຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ:

        “ຂ້າພະເຈົ້າສະເໜີໃຫ້ທະຫານເຂດຕ່າງໆ, ເວລາແຍກຕົວ, ຈົ່ງຈັດຕັ້ງການຖອດຖອນບົດຮຽນ ແລະ ຊີ້ນໍາບັນດາກໍາລັງໂດຍອີງຕາມການແນະນໍາຂອງກົມເສນາຮັກ, ກະຊວງສາທາລະນະສຸກ, ຈັດຕັ້ງໃຫ້ຖືກຕ້ອງຕາມຂໍ້ກໍານົດ. ຈໍາກັດການຕິດແປດຕໍ່ກັນໃຫ້ຢູ່ລະດັບຕໍ່າສຸດ ແລະ ບໍ່ປະໃຫ້ເກີດກໍລະນີຕິດແປດຢູ່ບັນດາກໍາລັງໃນກອງທັບ, ຕ້ອງປະຕິບັດສິ່ງດັ່ງກ່າວໃຫ້ດີກວ່າອີກ ແລະ ມີຂໍ້ກໍານົດແບບບັງຄັບຢ່າງລະອຽດ; ຢູ່ບັນດາເຂດແຍກຕົວ, ຕ້ອງແຈ້ງໃຫ້ຜູ້ຖືກແຍກຕົວນັ້ນຮັບຊາບວ່າ ນີ້ແມ່ນການແຍກຕົວແບບບັງຄັບ, ຕ້ອງປະຕິບັດຕາມຂໍ້ກໍານົດຂອງກອງທັບ ແລະ ບໍ່ໃຫ້ຍາດຕິພີ່ນ້ອງຂອງພວກເຂົາມາຢາມ”.

ຕອບກັບ

ຂ່າວ/ບົດ​ອື່ນ