ກະຊວງປ້ອງກັນປະເທດຫວຽດນາມຈະເພີ່ມທະວີຄຸນນະພາບການໂອ້ລົມສົນທະນາShangri-La2016

ກະຊວງປ້ອງກັນປະເທດຫວຽດນາມຈະເພີ່ມທະວີຄຸນນະພາບການໂອ້ລົມສົນທະນາShangri-La2016 - ảnh 1
ການຕ້ອນຮັບໃນວັນທີ 28/4

(vovworld) – ຕອນ​ບ່າຍ​ວັນ​ທີ 28/4, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈີ໋ວີ້ງ,​ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Tim Huxley, ຜູ້ອຳນວຍການຝ່າຍ​ບໍລິຫານ​ສະ​ຖາ​ບັນ​ຄົ້ນ​ຄ້ວາຍຸ​ດທະ​ສາດ​ສາກົນ​ພາກ​ພື້ນ ອາຊີ, ​ເນື່ອງ​ໃນ​ໂອ​ກາດພວມ​ປະຕິບັດ​ງານ​ຢູ່ ຫວຽດນາມ. ພົນ​ໂທ ຫງວຽນ​ຈີ໋ວີ້ງ ​ໃຫ້​ຮູ້​ວ່າ: ພົນ​ເອກ ​ໂງ​ຊວນ​ລີກ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ ຫວຽດນາມ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ Shangri – La 2016 ​ແລະ ຈະ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ນີ້. ພົນ​ໂທ ຫງວຽນ​ຈີ໋ວີ້ງ ​ເນັ້ນ​ໜັກ​ວ່າ: ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່ ອາຊີ - ປາຊີ​ຟິກ ​ແມ່ນ​ບັນຫາ​ໃຫຍ່​​ຂອງ​ໂລກ​ໃນ​ປະຈຸ​ບັນ. ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ນຳ້​ໃຈ​ສ້າງ​ສັນຕິພາບ ​ຂອງ​ທຸກໆ​ປະ​ເທດ​ຂຶ້ນ​ກັບ​ເຂດ ອາຊີ - ປາຊີ​ຟິກ ​​ແລະ ສາກົນ​ກ່ຽວ​ກັບ​ບັນຫາ​ນີ້. ດັ່ງ​ນັ້ນ, ​ເມື່ອ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ Shangri – La 2016 ຄະນະ​ຜູ້​ແທນ ຫວຽດນາມ ຈະ​ເພີ່ມ​ທະວີ​ຈຳນວນ​ນັກຮຽນ​ຮູ້​ດ້ານ​ການ​ທະຫານ, ຍົກ​ສູງ​ຄຸນ​ນະພາ​ບການ​ໂອ້​ລົມ​ສົນທະນາ.

        ສ່ວນ​ທ່ານ Tim Huxley ສະ​ແດງ​ຄວາມ​ພາກພູມ​ໃຈ​ທີ່ໄດ້​ຕ້ອນຮັບ​ທ່ານ ພົນ​ເອກ ​ໂງ​ຊວນ​ລີກ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ບັນດາ​ສະມາຊິກ​ຂອງ​ຄະນະ​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນທະນາ Shangri – La 2016. ທ່ານ Tim Huxley ປາດ​ຖະໜາ​ວ່າ: ລັດ​ຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ ຫວຽດນາມ ພ້ອມ​ກັບ​ບັນດາ​ນັກຮຽນ​ຮູ້​ສືບ​ຕໍ່​ມີ​ບັນດາ​ບົດທາ​ບທາມ​ຄວາ​ມ​ເຫັນທີ່​ມີ​ຄຸນ​ນະພາ​ບ, ມີ​ປະສິດທິ​ຜົນ, ປະກອບສ່ວນ​ນຳ​ມາ​ເຊິ່ງຜົນສຳ​ເລັດ​ໃຫ້​ແກ່ການ​ໂອ້​ລົມ​ສົນທະນາ Shangri – La 2016.


ຂ່າວ/ບົດ​ອື່ນ