ກະຊວງປ້ອງກັນປະເທດຫວຽດນາມໜູນຊ່ວຍລັດຖະບານແລະປະຊາຊົນລາວແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸບັດຕິເຫດເຂື່ອນໄຟຟ້າແຕກ

(VOVWORLD) -ຕອນເຊົ້າວັນທີ 03 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ເຈີ່ນເດີນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບເງິນຈໍານວນ 50.000 USD ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ ທ່ານ ວຽງໄຊ ດາລາແສນ, ອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ

ກະຊວງປ້ອງກັນປະເທດຫວຽດນາມໜູນຊ່ວຍລັດຖະບານແລະປະຊາຊົນລາວແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸບັດຕິເຫດເຂື່ອນໄຟຟ້າແຕກ - ảnh 1 ທ່ານພົນໂທ ເຈີ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບເງິນຈໍານວນ

50.000 USD ໜູນຊ່ວຍລັດຖະບານ ແລະ ປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດ

(ພາບ: qdnd.vn)

ເພື່ອໜູນຊ່ວຍລັດຖະບານ ແລະ ປະຊາຊົນ ລາວ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດເຂື່ອນໄຟຟ້າ ເຊ ປຽນ- ເຊນໍ້ານ້ອຍ ແຕກ ຢູ່ ແຂວງອັດຕະປືໃນເວລາຜ່ານມາ.

        ທ່ານ ພົນໂທ ເຈີ່ນເດີນ ເນັ້ນໜັກວ່າ ພັກ, ລັດຖະບານ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ແບ່ງເປົາຄວາມເສຍຫາຍກັບ ພັກ, ລັດ ແລະ ປະຊາຊົນ ລາວ, ພິເສດແມ່ນພໍ່ແມ່ພີ່ນ້ອງແຂວງ ອັດຕະປື ພາຍຫຼັງ ອຸປະຕິເຫດເຂື່ອນໄຟຟ້າແຕກ. ປັດຈຸບັນ, ກະຊວງ ປ້ອງກັນປະເທດ ຫວຽດນາມ ຊີ້ນໍາໃຫ້ກອງບັນຊາການ ທະຫານເຂດ 5 ແລະ ບັນດາກົມກອງໃນບໍລິເວນສືບຕໍ່ຜັນຂະຫຍາຍກໍາລັງ, ພາຫະນະຊ່ວຍເຫຼືອປະຊາຊົນ ແຂວງ ອັດຕະປື ໃນການກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກອຸປະຕິເຫດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ